ມຸງຄຸນ 38 ປະການ ເພື່ອຊີວິດທີ່ຈະເລີນຮຸ່ງເຮືອງ

ມຸງຄຸນໝາຍເຖິງສິ່ງທີ່ເຮັດໃຫ້ຊີວິດມີຄວາມຮຸ່ງເຮືອງຈະເລີນ. ມຸງຄຸນທີ່ພະພຸດທະເຈົ້າຕັດສອນໄວ້ນີ້ເປັນຫຼັກທຳເພື່ອຄວາມຈະ ເລີນຮຸ່ງເຮືອງຂອງຊີວິດໂດຍກົງ, ຊົງສະເໜີທັງວິທີການແລະເປົ້າໝາຍຂອງການພັດທະນາຄຸນນະພາບຊີວິດຕາມ ຫຼັກພຸດທະສາດສະໜາໄວ້ຢ່າງລະອຽດວ່າຈະເປັນການເລືອກສິ່ງທີ່ດີງາມ ແກ່ຕົນເອງ, ການປະຕິບັດຕໍ່ຄົນອ້ອມຂ້າງ ແລະສັງຄົມສ່ວນຫຼາຍ ຕະຫຼອດເຖິງການເຮັດໃຫ້ຈິດໃຈປາສະຈາກຄວາມເສົ້າໝອງ. ຜູ້ທີ່ດຳເນີນຊີວິດດ້ວຍຫຼັກມຸງຄຸນ 38 ປະການນີ້ຍ່ອມເປັນຜູ້ສະຫງ່າອົງອາດ, ປະສົບຄວາມສຳເລັດໃນຊີວິດ ແລະມີຄວາມສຸກຢູ່ທຸກທີ່ທຸກເວລາ. ມຸງຄຸນ 38 ປະການມີຄື:

1. ບໍ່ຄົບຄົນພານ: ຄືການບໍ່ຄົບຫາສະມາຄົມກັບຄົນບໍ່ດີ ເພາະຈະເຮັດໃຫ້ຊີວິດຜິດພາດ, ເດືອດຮ້ອນແລະເສຍຫາຍໄປນຳ.
2. ຄົບບັນດິດ: ເລືອກຄົບຫາສະມາຄົມກັບຄົນດີ, ເພາະຈະເຮັດໃຫ້ຊີວິດດຳເນີນໄປຢ່າງຖືກຕ້ອງ ແລະໄດ້ຮັບຜົນດີໄປນຳ.
3. ບູຊາບຸກຄົນທີ່ຄວນບູຊາ: ການບູຊາໝາຍເຖິງການທຳຄວາມເຄົາລົບແລະຊ່ວຍເຫຼືອ ບຸກຄົນທີ່ສາມາດເປັນແບບຢ່າງຊີວິດ, ມີຄຳສອນທີ່ຖືກຕ້ອງ, ປ້ອງກັນເຮົາບໍ່ໃຫ້ເຫັນຜິດເປັນຖືກໄດ້ ກໍນັບວ່າເປັນມຸງຄຸນ.
4. ການອາໄສຢູ່ໃນຖິ່ນທີ່ເໝາະສົມ: ຄືການເລືອກສະພາບແວດລ້ອມທີ່ເໝາະສົມ ສາມາດເຮັດໃຫ້ຊີວິດຈະເລີນກ້າວໜ້າໄດ້ງ່າຍ.
5. ການທຳບຸນ: ການເດິນທາງທີ່ດີຄືບຸນຫຼືຄຸນງາມຄວາມດີທີ່ໄດ້ສ້າງໄວ້ຈະ ຊ່ວຍໃຫ້ມີຄວາມສຸກແລະພົບແຕ່ສິ່ງທີ່ດີງາມ.
6. ການຕັ້ງໂຕໄວ້ໃນທາງທີ່ຖືກຕ້ອງ: ຕັ້ງໂຕໃຫ້ຢູ່ໃນຄຸນນະທຳ, ຈະລິຍະທຳ ຄືດັ່ງຫາງຂອງເຮືອທີ່ຄອຍຈະຄວບຄຸມນາວາຊີວິດໃຫ້ດຳເນີນໄປສູ່ ເປົ້າໝາຍໄດ້ດ້ວຍຄວາມສະຫວັດດີພາບ.
7. ຄວາມເປັນພະຫູສູດ: ການຮຽນຮູ້ຢ່າງສະໝ່ຳສະເໝີ ເປັນສິ່ງຈຳເປັນສຳລັບຊີວິດ ເພື່ອໃຫ້ຮູ້ເທົ່າທັນກັບໂລກ ແຕ່ບໍ່ໝາຍຄວາມວ່າຈະຕ້ອງແລ່ນນຳໂລກຈົນໝົດທຸກຢ່າງ.
8. ມີສິລະປາຊີບ: ຜູ້ມີສິລະປະຍ່ອມສາມາດສ້າງສັນຜົນງານທີ່ດີ ແລະລ້ຽງຊີບໄດ້ດ້ວຍຕົນເອງ.
9. ມີວິໄນທີ່ສຶກສາອົບຮົມມາດີ: ຜູ້ທີ່ມີລະບຽບວິໄນທີ່ດີພ້ອມ ຍ່ອມບໍ່ເຮັດໃຫ້ຕົນເອງແລະຜູ້ອື່ນມີຄວາມເດືອດຮ້ອນ.
10. ມີວາຈາສຸພາສິດ: ການເວົ້າດີຍ່ອມເຮັດໃຫ້ຊີວິດມີຄວາມກ້າວໜ້າໄດ້ ເພາະເວົ້າດີນັ້ນຄືເວົ້າເປັນທຳ, ເວົ້າມີເຫດຜົນ ແລະເໝາະສົມກັບ ກາລະ ເທສະ.
11. ການຖະນຸບຳລຸງບິດາມານດາ: ການດູແລເອົາໃຈໃສ່ຕໍ່ພໍ່ແມ່ຍ່ອມເຮັດໃຫ້ຊີວິດຈະເລີນຮຸ່ງເຮືອງ ຢ່າງແນ່ນອນ ເພາະພໍ່ແມ່ເປັນຜູ້ມີພະຄຸນອັນລົ້ນເຫຼືອ.
12. ການລ້ຽງດູລູກເຕົ້າ: ການໃຫ້ຄວາມອົບອຸ່ນແກ່ລູກເຕົ້າທັງກາຍແລະໃຈ ເປັນໜ້າທີ່ອັນສຳຄັນຂອງພໍ່ແມ່ ເພາະຄວາມຮັກຄວາມເອົາໃຈໃສ່ຂອງພໍ່ແມ່ແມ່ນເຮັດໃຫ້ລູກເປັນຄົນ ດີໄດ້.
13. ການສົງເຄາະພັນລະຍາ-ສາມີ: ການໃຊ້ຊີວິດຮ່ວມກັນທັງສອງຝ່າຍຕ້ອງຮຽນຮູ້ທີ່ຈະເສຍສະຫຼະຊ່ວຍ ເຫຼືອເກື້ອກູນເຊິ່ງກັນແລະກັນ ຈຶ່ງຈະເປັນຊີວິດຄູ່ທີ່ມີຄວາມສຸກ ແລະຈະເລີນກ້າວໜ້າໄດ້.
14. ເຮັດວຽກບໍ່ຄ້າງຄາ: ການເຮັດວຽກໃຫ້ສຳເລັດລຸລ່ວງຕາມເປົ້າໝາຍໂດຍບໍ່ນັດວັນປະກັນ ມື້ ກໍຍ່ອມເຮັດໃຫ້ຊີວິດມີຄວາມກ້າວໜ້າ.
15. ການໃຫ້ທານ: ຜູ້ທີ່ຮູ້ຈັກເສຍສະຫຼະ, ກຳຈັດຄວາມຂີ້ຖີ່ໃນໃຈໂຕເອງຊ່ວຍເຫຼືອສັງຄົມຍ່ອມເປັນທີ່ຮັກຂອງຄົນທົ່ວໄປ.
16. ການປະພຶດແຕ່ສິ່ງດີ: ຜູ້ປະພຶດແຕ່ສິ່ງດີໆ ສະໝ່ຳສະເໝີຍ່ອມພົບຄວາມສຸກ ບໍ່ເດືອດຮ້ອນໃຈ.
17. ການສົງເຄາະຍາດພີ່ນ້ອງ: ການອຸ້ມຊູຊ່ວຍເຫຼືອຍາດພີ້ນ້ອງກໍຍ່ອມເຮັດໃຫ້ຊີວິດກ້າວໜ້າ ເມື່ອມີຄວາມທຸກຍາກລຳບາກກໍມີຜູ້ຊ່ວຍເຫຼືອ.
18. ເຮັດວຽກທີ່ບໍ່ມີໂທດ: ວຽກທີ່ມີໂທດຍ່ອມເຮັດໃຫ້ຊີວິດຕົກຕ່ຳ, ແຕ່ການເຮັດວຽກທີ່ບໍ່ມີໂທດຍ່ອມເຮັດໃຫ້ຊີວິດຈະເລີນກ້າວໜ້າໄດ້.
19. ງົດເວັ້ນຈາກບາບ: ການຊຳລະຈິດໃຈໃນເບື້ອງຕົ້ນນັ້ນເລິ່ມຈາກໂຕເຮົາເອງ ໂດຍງົດເວັ້ນຈາກບາບກຳທັງປວງ.
20. ເວັ້ນຈາກການດື່ມນ້ຳເມົາ: ນ້ຳເມົາເຮັດໃຫ້ຜູ້ດື່ມເກີດຄວາມປະໝາດຂາດສະຕິ ເປັນອຸປະສັກຕໍ່ຄວາມກ້າວໜ້າເປັນຢ່າງຍິ່ງ.
21. ບໍ່ປະໝາດໃນທຳ: ການສ້າງຄຸນງາມຄວາມດີທຸກຢ່າງຢ່າໄດ້ມີຄວາມປະໝາດເປັາພື້ນຖານ ເພາະຖ້າປະໝາດຍ່ອມເຮັດໃຫ້ພາດຈາກສິ່ງດີງາມໄດ້ສະເໝີ.
22. ມີຄວາມເຄົາລົບ: ການດຳລົງຊີວິດ ເຮົາຕ້ອງຮູ້ຈັກເຄົາລົບ ໃຫ້ກຽດ, ຮູ້ຄຸນຄ່າບຸກຄົນທີ່ຢູ່ອ້ອມຂ້າງເຮົາຈຶ່ງຈະໄດ້ຮັບຜົນປະໂຫຍ ດຈາກການຢູ່ຮ່ວມກັນ.
23. ມີຄວາມຖ່ອມໂຕ: ການຮູ້ຈັກອ່ອນນ້ອມຖ່ອມໂຕ ຍ່ອມໄດ້ຮັບການຖ່າຍທອດສິ່ງດີງາມຈາກຜູ້ອື່ນ.
24. ມີຄວາມພໍໃຈ: ການຮູ້ຈັກພໍໃຈກັບສິ່ງໃດກໍຕາມທີ່ໄດ້ມາດ້ວຍຄວາມສາມາດຂອງຕົນ ເປັນການຮຽນຮູ້ຄຸນຄ່າຂອງຕົນ ທີ່ສຳຄັນບໍ່ເຮັດໃຫ້ຈິດໃຈທະເຍີທະຍານ, ກະວົນກະວາຍຕາມອຳນາດຂອງຄວາມຢາກ.
25. ມີຄວາມກະຕັນຍູ: ການຈະເປັນຄົນດີນັ້ນວັດແທກກັນດ້ວຍຄວາມກະຕັນຍູ ເພາະຄວາມກະຕັນຍູເປັນເຄື່ອງໝາຍຂອງຄົນດີ.
26. ຟັງທຳຕາມກາລະໂອກາດ: ທຳມະຍ່ອມກຳຈັດຄວາມເຫັນຜິດໃນໃຈຂອງເຮົາໄດ້ ການຟັງທຳຊ່ວຍກວດສອບ ແລະຂັດເກົາຈິດໃຈຂອງເຮົາໃຫ້ດີງາມຂຶ້ນໄດ້.
27. ຄວາມອົດທົນ: ຄວາມອົດທົນບາກບັ່ນ ບໍ່ອ່ອນແອຕໍ່ອຸປະສັກໃດໆ ເປັນປັດໄຈສຳຄັນຂອງຄວາມສຳເລັດ.
28. ຄວາມເປັນຜູ້ສອນງ່າຍ: ການເວົ້າງ່າຍສອນງ່າຍໃນທີ່ນີ້ບໍ່ໄດ້ໝາຍເຖິງການຍອມເຮັດນຳທຸກ ຢ່າງ(ເຖິງຈະບໍ່ຖືກຕ້ອງ) ແຕ່ໝາຍເຖິງຄວາມບໍ່ດື້ດ້ານ, ບໍ່ຖືເນື້ອຖືໂຕຈົນເກີນໄປ, ຮູ້ຈັກຮັບຟັງຄຳສອນທີ່ມີຄຸນຄ່າໂດຍເຄົາລົບ.
29. ການເຫັນສະມະນະ: ການພົບພະສົງເພື່ອຮັບຟັງທຳມະຈາກເພິ່ນຊີວິດຍ່ອມກ້າວໜ້າບໍ່ຕົກຕ່ຳ.
30. ສົນທະນາທຳຕາມໂອກາດ: ການສົນທະນາທຳມະດ້ວຍຄວາມເຄົາລົບ ຍ່ອມເຮັດໃຫ້ເກີດປັນຍາ.
31. ຄວາມພຽນເຜົາກິເລດ(ສິ່ງບໍ່ດີ): ຊີວິດເຮົາແທ້ຈິງຫຍຸ້ງຍາກນຳກິເລດ ຈະສະຫງົບສຸກແທ້ຈິງ ຈົ່ງຕັ້ງໃຈຂູດເກົາກິເລດກ່ອນທີ່ມັນຈະເຜົາໃຈເຮົາ.
32. ການປະພຶດພົມມະຈັນ: ພົມມະຈັນຄືການປະພຶດຢ່າງປະເສີດເປັນການດຳເນີນຊີວິດທີ່ປາສະ ຈາກການບຽດບຽນເຊິ່ງກັນແລະກັນຢ່າງສິ້ນເຊິງ ມີຈຸດມຸ່ງໝາຍຄື ທຳລາຍທຸກ ທີ່ແຝງຢູ່ໃນຊີວິດໃຫ້ໝົດສິ້ນໄປ.
33. ການເຫັນອະລິຍະສັດ: ການເຂົ້າໃຈຊີວິດ ຄື ຕ້ອງຮູ້ຄວາມຈິງໃນຊີວິດ 4 ຢ່າງ ໄດ້ແກ່ທຸກ, ເຫດແຫ່ງທຸກ, ການດັບທຸກ ແລະວິທີປະຕິບັດເພື່ອດັບທຸກ.
34. ການເຫັນຊີວິດຈະແຈ້ງ: ເມື່ອຮູ້ອະລິຍະສັດຢ່າງຈະແຈ້ງ ຍ່ອມສາມາດດັບທຸກແລະພົບຄວາມສຸກສະຫງົບທີ່ໝັ້ນຄົງ.
35. ມີຈິດໃຈບໍ່ຫວັ່ນໄຫວ: ຈິດໃຈທີ່ບໍ່ຫວັ່ນໄຫວ ເປັນຈິດໃຈທີ່ມີພະລັງ ສາມາດສ້າງສັນສິ່ງດີງາມໃຫ້ກັບໂລກ.
36. ຈິດໃຈບໍ່ເສົ້າໂສກ: ຈິດໃຈທີ່ບໍ່ຖືກອາລົມຄອບງວຳຍ່ອມບໍ່ໂສກເສົ້າ, ບໍ່ເຫືອດແຫ້ງ ບໍ່ວ່າໂລກຈະປ່ຽນໄປແນວໃດກໍຕາມ.
37. ຈິດໃຈປາສະຈາກຝຸ່ນ: ຈິດໃຈນັ້ນສຳຄັນທີ່ສຸດ ເມື່ອເຝິກຝົນດີແລ້ວຝຸ່ນຄືສິ່ງທີ່ບໍ່ດີກໍບໍ່ສາມາດເຮັດໃຫ້ ເສົ້າໝອງໄດ້.
38. ຈິດຊື່ນບານ: ຄຸນນະພາບສູງສຸດຂອງຈິດໃຈທີ່ພັດທະນາແລ້ວຍ່ອມບໍລິສຸດ ຜ່ອງໃສ ເປັນອິດສະຫຼະ ນັບວ່າເປັນເປົ້າໝາຍສູງສຸດຂອງການພັດທະນາຈິດໃຈ.

ຂໍ້ມູນຈາກ: ເລົ່າເລື່ອງເມືອງລາວ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

1 COMMENT

  1. ການເອົາຂໍ້ມູນເຜີ່ຍແຜ່ນັ້ນຢາກໃຫ້ເນັ້ນຫລັກໄວຍະກອນຂອງພາສາແດ່

Comments are closed.