ມາແລ້ວ!! ຕົວຢ່າງຮູບເງົາ Resident Evil: Vendetta 

0
1680

ຫຼ້າສຸດນີ້ທາງ Capcom ໄດ້ປ່ອຍ Trailer ຕົວຢ່າງໃໝ່ສະບັບ CG ແອນິເມຊັ່ນເລື່ອງ Resident Evil: Vendetta ອອກມາໃຫ້ຮັບຊົມກັນແລ້ວ ຕາມຄລິບດ້ານລຸ່ມນີ້ເລີຍ


ເຊິ່ງໃນຄລິບດັ່ງກ່າວນີ້ເຮົາຈະໄດ້ເຫັນ ລີອອນ, ຄຣິສ ແລະຣີເບກກ້າ 3 ໂຕລະຄອນຫຼັກຂອງພາກ Vendetta ກັນແບບເຕັມໆຕາເລີຍ ພ້ອມທັງຍັງໄດ້ເປີດເຜີຍໂຕຮ້າຍໜ້າໃໝ່ທີ່ມີຊື່ວ່າ: Glenn Arias (ເກລັນ ເອຣຽສ) ຜູ້ທີ່ມີຄວາມກ່ຽວຂ້ອງກັບອົງກອນ Neo Umbrella ທີ່ປະກົດໃນເກມ Resident Evil 6 ແລະ Tricell ທີ່ປະກົດໃນເກມ Resident Evil 5 ຕາມລຳດັບນັ້ນເອງ

ສຳລັບຮູບເງົາ Resident Evil: Vendetta ຈະມີກຳນົດສາຍໃນຍີ່ປຸ່ນກ່ອນໝູ່ໃນວັນທີ 27 ພຶດສະພາ ປີ 2017 ທີ່ຈະມາຮອດນີ້, ສ່ວນປະເທດອື່ນໆນັ້ນຄາດວ່າຈະເປັນການຈຳໜ່າຍແບບແຜ່ນ DVD, Blu-ray ແລະ Digital Download ໃນພາຍຫຼັງ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station