ມາເບິ່ງບົດບາດ ລູກນໍ້າ ທິດາລັດ ໃນ “ສິ້ນລາຍຫົງ”

0
8995

ສົມຊື່ດາລາດັງລະດັບແຖວໜ້າຂອງປະເທດເຮົາອີຫຼີກັບສາວ ລູກນໍ້າ ທິດາລັດ ທີ່ໄດ້ໂຊສີມືການສະແດງໃນລະຄອນເລື່ອງ “ສີ້ນລາຍຫົງ” ໂດຍ ສາວລູກນໍ້າ ຫາກໍ່ປະກົດຕົວໃຫ້ຜູ້ຊົມໄດ້ເບິ່ງໃນຕອນແລງຂອງມື້ວານນີ້ເອງ ທາງຊ່ອງ 8 ຂອງປະເທດເພື່ອນບ້ານ ພາຍຫຼັງທີ່ຄອງຄອຍກັນມາດົນ ເຊິ່ງໃນເລື່ອງສາວລູກນໍ້າສະແດງເປັນ ເຈົ້າດາລາໄລ ລູກສາວ ເຈົ້າໄກສີ ເຊື້ອເຈົ້າຈາກວຽງຈັນ.

ໃນລະຄອນເລື່ອງ “ສິ້ນລາຍຫົງ” ທີ່ສາຍມື້ວານນີ້ ວັນທີ 17 ທັນວາ 2018 ແລະ ໄດ້ເຫັນພາບການສະແດງຂອງລູກນໍ້າຄັ້ງທໍາອິດໃນ 37 ນາທີຕົ້ນຂອງ EP ທີ 25, ຕອນທີ 4/4 ເຖິງວ່າເປັນພຽງຕອນດຽວທີ່ສາວລູກນໍ້າໄດ້ປະກົດຕົວ ຍັງເຮັດໃຫ້ຜູ້ຮັບຊົມມີຄວາມຮູ້ສຶກຫຼົງໄຫຼ ແລະ ມັກຮັກໃນການສະແດງ ຫຼື ສາມາດເວົ້າໄດ້ວ່າເປັນການສະແດງທີ່ສົມຈິງຂະໜາດເລີຍ ສົມກັບເປັນດາລາດັງລະດັບແຖວຫນ້າຂອງປະເທດລາວທີ່ສຸດເລີຍ.

ຖ້າຢາກຮູ້ວ່າຕອນຕໍ່ໄປສາວລູກນໍ້າ ຈະງັດແງະສືມີການສະແດງຜ່ານຕົວລະຄອນ ເຈົ້າ ດາຣາໄລ ຈະເປັນແນວໃດນັ້ນ ຕ້ອງຕິດຕາມຮັບຊົມລະຄອນເລື່ອງ “ສິ້ນລາຍຫົງ” ເຊິ່ງລະຄອນເລື່ອງນີ້ອອກອາກາດທຸກວັນຈັນ-ວັນພະຫັດເວລາ 18:45 ແລະ ວັນສຸກເວລາ 18:25 ທາງຊ່ອງ 8 ຂອງປະເທດໄທ.

 

 

 

 

 

 

 

 

 

 

 

 

ຂຽນຂ່າວ: ໃບບົວ ຈັນທະລັງສີ