ມາເບິ່ງພາບ iPhone ຮຸ່ນໃຫມ່ຂອງປີນີ້

ຈາກວັນທີ່  iPhone 5 ໄດ້ອອກສູ່ສາຍຕານັບຫລາຍລ້ານຄູ່ທົ່ວໂລກຈົນເຖິງປະຈຸບັນນີ້ກໍ່ກິນເວລາໄປບໍ່ເຖິງ6 ເດືອນແລ້ວກໍ່ຕາມແຕ່ວ່າອາດໄວເກີນໄປຖ້າຈະມີiPhone ຮຸ່ນໃຫມ່ອອກມາ​ເຊິ່ງຂ່າວລືທີ່ແມ່ນແດ່ບໍ່ແມ່ນແດ່ເຮັດໃຫ້ຫລາຍຄົນຫມັ້ນໃຈວ່າໃນປີນີ້ຈະມີiPhone ຮຸ່ນໃຫມ່ຢ່າງຫນ້ອຍ3 ຮຸ່ນ.

 

ເພື່ອກະຕຸ້ນຄວາມຢາກໄດ້ຂອງບັນດາຜູ້ຮັກiPhone ທ້າວPeter Zigich ນັກອອກແບບສາມມິຕິໄດ້ນຳສະເຫນີແນວຄິດຂອງເຂົາທີ່ມີຕໍ່iPhone ຮຸ່ນ  ໃຫມ່ເຊື່ອມໂຍງກັບຂ່າວລືຂອງ iPhone ທັງສາມຮຸ່ນທັງ  iP- hone 6, iPhone mini ແລະ  iPhablet ເຊິ່ງພາບທີ່ປາກົດເທິງເວັບໄຊຂອງເຂົາສະແດງໃຫ້ເຫັນiPhone ຮຸ່ນຖັດມາຈະມີເລື່ອນຕຳແຫນ່ງຂອງປຸ່ມ  home ໃຫ້ໄປຢູ່ດ້ານຂ້າງແທນ(ເຫັນແລ້ວແປກໆ), ສ່ວນiPhone mini ກໍ່ຈະມີຂະຫນາດທີ່ນ້ອຍລົງປະມານວ່າຈະຢູ່ທີ່3,5 ນິ້ວ, ສ່ວນiPhablet ກໍ່ເປັນອີກຮຸ່ນທີ່ຕາມກະແສຂອງສະມາດ ໂຟນຈໍໃຫຍ່ທີ່ຍາວຂຶ້ນມີຄໍລຳເພີ່ມເປັນ6 ຄໍລຳ.

ເທົ່າທີ່ເຫັນທັງຫມົດແມ່ນເປັນພຽງການຫຍໍ້-ຂະຫຍາຍຈາກ  iPhone 5  ພຽງເທົ່ານັ້ນບໍ່ມີການລະບຸເຖິງສ່ວນອື່ນໆຫລາຍປານໃດເຊິ່ງບອກໄດ້ເລີຍ\ວ່າ“ເສີຍໆ ”ກັບການອອກແບບ ນີ້ແຕ່ ກໍ່ເອົາເປັນວ່ານີ້ບໍ່ແມ່ນການອອກແບບທຳອິດຈາກແນວຄິດຂອງນັກອອກແບບເພາະກ່ອນຫນ້ານີ້ຈື່ໄດ້ວ່າເຄີຍມີຜູ້ອອກແບບiPhone 6 ມາແລ້ວ, ຢ່າງໃດກໍ່ຕາມໄລຍະນີ້ຂ່າວ iPhone ຮຸ່ນໃຫມ່ຍັງງຽບໆຢູ່, ແອບເປິລ(Apple) ກຳລັງເຮັດຫຍັງບາງຢ່າງເຮັດໃຫ້ເຮົາອົດສົງໄສບໍ່ໄດ້ວ່າiP- hone ຮຸ່ນໃຫມ່ພວກ5S ຫລືmini ທັງຫລາຍຈະມີຫຍັງໃຫມ່ກັນແດ່.

ທີ່ມາhttp://www.ecom.org.la