ມາຮູ້ຈັກກ່ຽວກັບນະຄອນລັດ (City state)

ນະຄອນລັດ (City state) ຄື ປະເທດທີ່ເປັນອິດສະຫຼະ ແລະ ມີອຳນາດປົກຄອງຕົວເອງບໍ່ຖືກບໍລິຫານໂດຍລັດຖະບານອື່ນ ທີພື້ນທີ່ປະກອບດ້ວຍເມືອງໜຶ່ງ ທີ່ອາດມີພື້ນທີ່ ຫຼື ອານາເຂດຮອບໆເມືອງນັ້ນ ນະຄອນລັດຍັງໝາຍເຖິງເມືອງສູນກາງທີ່ມີເຂດໝູ່ບ້ານອ້ອມຮອບ

ນະຄອນລັດໃນອະດີດມັກຈະເປັນພື້ນທີ່ວັດທະນະທຳທີ່ໃຫຍ່ກວ່າ ເຊັ່ນ ນະຄອນລັດໃນກຣີກບູຮານ (ເອເທນສ໌ ສປາຣ໌ຕາ ຄາຣເທີ) ເມືອງໃນອາຊີກາງຕາມເສັ້ນທາງສາຍໄໝ ແລະ ນະຄອນລັດໃນອີຕາລີເໜືອ (ຟໍຣເຣນ ເວນິສ)

ປັດຈຸບັນປະເທດທີ່ເປັນນະຄອນລັດມີທັງໝົດ 5 ປະເທດຄື: ສາທາລະນະລັດສິງກະໂປ, ຣາຊາລັດໂມນາໂກ, ນະຄອນລັດວາຕິກັນ, ສາທາລະນະລັດມອລຕາ ແລະ ສາທາລະນະລັດຊານມາຣິໂນ

ນອກຈາກນີ້ຍັງມີປະເທດທີ່ໄດ້ຮັບການອ້າງເປັນນະຄອນລັດຢູ່ເລື່ອຍໆ ຢ່າງ ລິກເຕນສໄຕນ໌, ອັນດໍຣາ, ລັກເຊມເບຣຶກ, ຄູເວດ, ກາຣ໌ຕາ, ບລູໄນ ເປັນຕົ້ນ ເນື່ອງຈາກເປັນປະເທດທີ່ນ້ອຍຫຼາຍ

ໂດຍຮວມໄປເຖິງເມືອງທີ່ມີອຳນາດປົກຄອງຕົນເອງໃນລະດັບສູງ ແຕ່ກໍ່ຍັງຢູ່ພາຍໃຕ້ການປົກຄອງຂອງອີກປະເທດ ຢ່າງ ຮ່ອງກົງ, ມາເກົ໊າ ຫຼື ປະເທດທີ່ເປັນສະມາຊິກຂອງສະຫະລັດອາຫຼັບເອມິເຣດ ເຊັ່ນ: ດູໄບ, ອາບູດາບີ ໂດຍໃນແຕ່ລະເມືອງຈະມີພັກປົກຄອງ ແຕ່ຍັງລວມຢູ່ໃນປະເທດດຽວ

 

ແຫລ່ງຂໍ້ມູນ: Wikipedia