ມາຮູ້ຈັກກັບຮູບເງົາ ຄັງຄຸໄບ (Gangybai Kathiawadi)

0
1107

ເຊື່ອວ່າຫຼາຍທ່ານໄດ້ເບິ່ງ ຫຼື ອາດຈະໄດ້ຍິນກ່ຽວກັບຊື່ໜັງມາແລ້ວ, ຄັງຄູໄບ Gangybai Kathiawadi ຮູບເງົາອິນເດຍທີ່ກຳລັງມາແຮງ ແລະ ເປັນກະແສໃນຫຼາຍໆປະເທດຕອນນີ້.

ເຊິ່ງເປັນຜົນງານຂອງຜູ້ກຳກັບ ສັນໄຊ ລີລາ ພັນສາລີ (Sanjay Leela Bhansali) ບອກເລົ່າເລື່ອງລາວຂອງ “ຄັງຄຸໄບ” ຜູ້ຍິງທີ່ຖືກສາມີຕົວະເອົາມາຂາຍໃນບ່ອນຂາຍບໍລິການທາງເພດ (ໂສເພນີ) ໃນແຂວງມຸມໄບປະເທດອິນເດຍ ຈາກທີ່ເຄີຍຝັນຢາກເປັນນັກສະແດງດັງ ນາງເອກຂອງເລື່ອງຍອມຮັບສະຕາກຳທີ່ຕ້ອງກາຍເປັນຜູ້ຍິງຂາຍບໍລິການທາງເພດ ແຕ່ຂະນະດຽວກັນກໍລຸກຂື້ນເພື່ອຕໍສູ້ສິດທິຂອງໝູ່ຮ່ວມອາຊີບຄົນອື່ນໆ.

ຜູ້ກຳກັບ ສັນໄຊ ລີລາ ພັນສາລີ (Sanjay Leela Bhansali)

ໜັງເລື່ອງນີ້ໄດ້ຮັບແຮງບັນດານໃຈມາຈາກໜັງສື “Mafia Queen of Mumbai” ທີ່ເວົ້າເຖິງ ຄັງຄຸໄບ ກາທິຍາວາທີ ຜູ້ຂາຍບໍລິການທາງເພດຊາວອິນເດຍໃນຍຸກທົດສະວັດ 60 ຜູ້ທີ່ກ້າວຂຶ້ນມາເປັນແມ່ເລົ້າ ແລະ ນັກເຄື່ອນໄຫວທາງສັງຄົມ ເຮັດວຽກເພື່ອສິດຂອງຜູ້ຂາຍບໍລິການທາງເພດ ແລະ ສະວັດດີການເດັກກຳພ້າ.

ປັດຈຸບັນ, ຕົວລະຄອນນີ້ ປຸກກະແສໃຫ້ຄົນຈຳນວນຫຼາຍໂພສຮູບຕົວເອງໃສ່ສຸດສ່າຫຼີສີຂາວ ພ້ອມແວ່ນຕາດຳລົງໃນສັງຄົມອອນລາຍ (ໂຊຊຽວມີເດຍ) ເຊັ່ນ: Facebook, Tiktok, Instgram……

ສປປ ລາວ ກໍໄດ້ຮັບອິດທິພົນຈາກ ຮູບເງົາ ຄັງຄຸໄບ Gangybai Kathiawadi ເຊັ່ນດຽວກັນ ເຊິ່ງສາມາດເຫັນໄດ້ຈາກການຮຽນແບບເຄື່ອງນຸ່ງ ແລະ ທ່າທາງໃນສາກໜຶ່ງຂອງໜັງຜ່ານທາງສົງຄົມອອນລາຍ.

 

ໜັງສືພິມຮິນດູທາຍ ລາຍງານວ່າ: ໃນຕົ້ນເດືອນ ພຶດສະພາ ຄັງຄຸໄບ (Gangybai Kathiawadi) “ຍິງແກ່ງແຫ່ງມຸມໄບ” ກາຍເປັນໜັງທາງເນັດຟຣິກ (Netflix) ທີ່ບໍ່ແມ່ນພາສາອັງກິດ ເຊິ່ງໄດ້ຮັບຄວາມນິຍົມສູງໃນທົ່ວໂລກ ແລະ ຕິດ 10 ອັນດັບທຳອິດຂອງໜັງທີ່ໄດ້ຮັບຄວາມນິຍົມສູງສຸດໃນ 25 ປະເທດ ອີກດ້ວຍ.