ມາອີກແລ້ວ!! Lenovo ເປີດໂຕ Air 13 Pro ໂນດບຸກສະເປັກດີມາພ້ອມເຊັນເຊີ້ສະແກນນິ້ວມື

0
1603

Lenovo ເປີດໂຕໂນດບຸກລຸ້ນໃໝ່ຂອງບໍລິສັດຢ່າງເປັນທາງການ ເຊິ່ງມີນາມວ່າ: Lenovo Air 13 Pro. ຖືວ່າເປັນເວລາບໍ່ດົນຫຼັງຈາກທີ່ Xiaomi ໄດ້ເປີດໂຕໂນດບຸກ Mi Notebook Air ໄປແລ້ວກ່ອນໜ້ານີ້.

ສຳລັບສະເປັກຂອງ Lenovo Air 13 Pro ມາພ້ອມກັບຈໍ IPS ຂະໜາດ 13.3 ນິ້ວ, ໃຊ້ງານຊິບປະມວນຜົນ Intel I5 6200U ພ້ອມກັບກຣາດຈໍ NVIDIA GT940MX 2GB. RAM 4GB ແລະ ROM 256GB. ໂຕເຄື່ອງມີນ້ຳໜັກປະມານ 1.29 ກມ ແລະໜາປະມານ 1.48 ຊມ ເວົ້າໄດ້ວ່າຂ້ອນຂ້າງຄ້າຍໆກັນກັບ Mi Notebook Air ເລີຍ.

ນອກຈາກນີ້ Lenovo ຍັງໃສ່ຄຸນສົມບັດສະແກນລາຍນິ້້ວມືມາໃຫ້ພ້ອມ ເພື່ອຄວາມປອດໄພໃນການໃຊ້ງານ ແລະເປັນສິ່ງໜຶ່ງທີ່ບໍ່ມີໃນ Mi Notebook Pro ຂອງ Xiaomi ອີກນຳ.

ສຳລັບ Lenovo Air 13 Pro ຕອນນີ້ແມ່ນເລີ່ມເປີດໃຫ້ສັ່ງຈອງແລ້ວຜ່ານທາງອອນລາຍຂອງຫ້າງ Jingdong ໃນປະເທດຈີນ ແລະມີລາຄາເລີ່ມຕົ້ນຢູ່ທີ່ 4999 ຢວນ (6.080.000 ກີບ). 

ທີ່ມາ:gizmochina