ມາດູໂຣເຕືອນທຣໍ້າໃຫ້ຢຸດໃຊ້ “ທິດສະດີສົກກະປົກໂຄ່ນລົ່ມ” ເວເນຊູເອລາບໍ່ແມ່ນຫົວເມືອງຂຶ້ນຂອງອີຢູ!

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກາລາກັສ ປະເທດເວເນຊູເອລາ ເມື່ອວັນທີ 4 ກຸມພາ 2019 ວ່າ ປະທານາທິບໍດີນິໂຄລັສ ມາດູໂຣ ໃຫ້ສຳພາດພິເສດກັບລາຍການສຳພາດແບບເຈາະເລິກ ທີ່ອອກອາກາດໃນວັນອາທິດທີ່ຜ່ານມາ ເຊິ່ງຜູ້ນຳເວ ເນຊູເອລາກ່າວໃນຕອນໜຶ່ງວ່າ ເຂົາຕ້ອງການຝາກເຖິງປະທານາທິບໍດີ ໂດນັລ ທຣໍ້າ ວ່າຜູ້ນຳສະຫະລັດຈະໝົດວາລະຈາກທຳນຽບຂາວໃນສະພາບທີ່ “ມືທັງສອງເຕັມໄປດ້ວຍເລືອດ” ຫາກຜູ້ນຳສະຫະລັດ ແລະ ທີມງານຫາກຍັງສົມຄົບຄິດກັນໃຊ້ “ທິດສະດີສົກກະ ປົກ” ເພື່ອໂຄ່ນລົ້ມເຂົາ ພ້ອມທັງຕັ້ງຄຳຖາມກັບໄປວ່າ ສະຫະລັດຕ້ອງການປະຫວັດສາດຊ້ຳຮອຍ ຈາກສົງຄາມຫວຽດນາມ ຫຼື ບໍ່.

ກ່ຽວກັບປະເດັນ “ເສັ້ນຕາຍ” ຂອງສະຫະພາບເອີຣົບ ເລື່ອງການເລືອກຕັ້ງມາດູໂຣກ່າວວ່າ “ບໍ່ສົນໃຈ” ເພາະການເລືອກຕັ້ງປະທາ ນາທິບໍດີຄັ້ງຕໍ່ໄປຕາມລັດຖະທຳມະນູນຂອງເວເນຊູເອລາຈະເກີດຂຶ້ນອີກຄັ້ງໃນປີ 2024 ເພາະເວເນຊູເອລາບໍ່ແມ່ນ “ຫົວເມືອງຂຶ້ນ” ຂອງເອີຣົບ ແຕ່ເຂົາພ້ອມຈັດການເລືອກຕັ້ງໃນລະດັບສະມາຊິກສະພາຜູ້ແທນພາຍໃນປີນີ້ “ຫາກເປັນຄວາມປະສົງຢ່າງແທ້ຈິງ” ຂອງທ່ານ ຮວນ ກຸຍໂດ ຜູ້ນຳພັກຝ່າຍຄ້ານ ແລະ ປະທານສະພາມະຕິບັນຍັດແຫ່ງຊາດ ເຊິ່ງປະກາດຕົວເປັນ “ຜູ້ນຳຄູ່ຂະ ໜານ” ກັບເຂົາ ເມື່ອທ້າຍເດືອນມັງກອນທີ່ຜ່ານມາ ແລະ ໄດ້ຮັບການສະໜັບສະໜູນຢ່າງຊັດເຈນຈາກສະຫະລັດ ແລະ ປະເທດພັນທະມິດບາງປະເທດໃນເອີຣົບ ແລະ ລາຕິນອາເມລິກາ.

ລິ້ງຂ່າວທີ່ກ່ຽວກັບເວເນຊູເອລາ

ເວເນຊູເອລາເດືອດ! ປະທານສະພາປະກາດຂຶ້ນເປັນປະທານາທິບໍດີຮັກສາການໂດຍທີ່ປະທານາທິບໍດີຢັງຢູ່

ເວເນຊູເອລາຕັດສຳພັນການທູດກັບສະຫະລັດທຸກລະດັບ ພ້ອມເນລະເທດໃຫ້ອອກປະເທດໃນ 72ຊົ່ວໂມງ

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews