ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ໃນໄລຍະໃໝ່

0
1736

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ກ່ຽວກັບທິດຊີ້ນໍາຂອງກອງປະຊຸມລັດຖະບານ ຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ COVID-19 ໃນໄລຍະໃໝ່, ນັບແຕ່ເວລາ 00:00 ໂມງ ຂອງວັນທີ 04 ກຸມພາ  ເປັນຕົ້ນໄປ.

ໃນບົດຖະແຫຼງຂ່າວ, ທ່ານ ນ. ທິບພະກອນ ຈັນທະວົງສາ ໄດ້ໃຫ້ຮູ້ວ່າ: ຍ້ອນມີການສັກວັກຊີນ, ການດຸ່ນດ່ຽງໃນການປະຕິບັດມາດຕະ ການຄວບຄຸມ ໂດຍການຮ່ວມມືຂອງສັງຄົມ ກັບຄວາມຮຽກຮ້ອງຕ້ອງ ການໃນການພັດທະນາ ແລະ ອີງໃສ່ຄາດຄະເນທ່າອ່ຽງຂອງການລະບາດ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າປັບມາດຕະການ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ດັ່ງທີ່ໄດ້ກຳນົດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 130, ລົງວັນທີ 03 ກຸມພາ 2022 ຊຶ່ງມາດຕະການສ່ວນໃຫຍ່ ແມ່ນໄດ້ມີການຜ່ອນຜັນ ເຊັ່ນ: ເງື່ອນໄຂ ແລະ ໄລຍະເວລາໃນການຈຳກັດບໍລິເວນ ເມື່ອເດີນທາງເຂົ້າມາ ສປປ ລາວ, ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ເພີ່ມຂື້ນ, ຍົກເລີກຂໍ້ຈຳກັດຈຳນວນໜຶ່ງ ໃນການເຄື່ອນໄຫວ ແລະ ດຳເນີນທຸລະກິດ ຢູ່ພາຍໃນປະເທດ ທີ່ໄດ້ກຳນົດໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທຸກພາກສ່ວນໃນສັງຄົມ ຫັນມາເຄື່ອນໄຫວດຳລົງຊີວິດແບບໃໝ່ ແລະ ຟື້ນຟູເສດຖະກິດ ໄດ້ຫຼາຍຂຶ້ນ. ແຕ່ຍັງຮັກສາບາງມາດຕະການຈຳກັດ ເພື່ອຮັບປະກັນໃຫ້ແກ່ການປ້ອງການການຕິດເຊື້ອ ແລະ ແຜ່ເຊື້ອ. ລາຍລະອຽດຂ້າພະເຈົ້າ ຂໍອະນຸຍາດອ່ານເນື້ອໃນແຈ້ງການ ໃຫ້ບັນດາທ່ານຊາບ ດັ່ງນີ້:

ເຫັນດີໃຫ້ມີການຜ່ອນຜັນ ໄລຍະເວລາການຈໍາກັດບໍລິເວນ ຕໍ່ແຕ່ລະເປົ້າໝາຍຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຄື:

  1. ຄະນະຜູ້ແທນ ຫຼື ທີມງານວິຊາການທຸກລະດັບ ທີ່ໄປເຄື່ອນໄຫວເຮັດວຽກ ລວມທັງໄປສໍາມະນາຢູ່ຕ່າງປະເທດ ແລະ ພົນລະເມືອງລາວ ທີ່ ກັບມາຈາກຕ່າງປະເທດ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກກັກກັນຕົວຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອກໍຕ້ອງໄດ້ສືບຕໍ່ຈໍາກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  2. ນັກການທູດ ຫຼື ພະນັກງານສະຖານທູດຕ່າງໆ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍ ຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ ໄດ້ຮັບເອກະສິດ ແລະ ອະພິສິດທາງການທູດ ລວມທັງສະມາຊິກຄອບຄົວຂອງເປົ້າໝາຍດັ່ງກ່າວ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ໃຫ້ເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  3. ກຸ່ມນັກທຸລະກິດ ຫຼື ນັກລົງທຶນ ທີ່ໄດ້ຮັບການອະນຸຍາດ ໃຫ້ດໍາເນີນທຸລະກິດ ຫຼື ລົງທຶນ ຢູ່ ສປປ ລາວ ທີ່ຈະເດີນທາງເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ຈຳກັດບໍລິເວນ ຢູ່ ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ, ຖ້າຜົນກວດບໍ່ພົບເຊື້ອ ສາມາດອອກໄປປະຕິບັດວຽກງານ ຕາມແຜນທີ່ກຳນົດໄວ້, ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  4. ຄົນຕ່າງປະເທດ ທີ່ເປັນ ຊ່ຽວຊານ, ວິຊາການ, ແຮງງານ, ຜູ້ປະກອບການ, ນັກສຶກສາ, ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ, ຖ້າຜົນກວດບໍ່ພົບເຊື້ອ ແມ່ນໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ, ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  5. ນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກຢູ່ໂຮງແຮມ ທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອ ຈຶ່ງອະນຸຍາດ ໃຫ້ອອກໄປເຄື່ອນໄຫວກິດຈະກຳຕາມແຜນທ່ອງທ່ຽວ ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.

ບັນດາກຸ່ມເປົ້າໝາຍທີ່ລະບຸໃນຂໍ້ 1.1-1.5 ຂ້າງເທິງ ກໍລະນີຜົນກວດພົບເຊື້ອ (ຜົນເປັນບວກ) ແມ່ນສາມາດເຂົ້າປິ່ນປົວຢູ່ໂຮງໝໍ ຫຼື ສູນປິ່ນປົວ ຫຼື ປິ່ນປົວຢູ່ສະຖານທີ່ພັກເຊົາຂອງຕົນ ຢ່າງໜ້ອຍ 10 ວັນ ໂດຍອີງຕາມອາການຂອງຜູ້ຕິດເຊື້ອແຕ່ລະກໍລະນີ ຕາມຄູ່ມືແນະນຳຂອງກະຊວງສາທາລະນະສຸກ ໃນແຕ່ລະໄລຍະ.

ສຳລັບຄົນຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນສູນກາງ ຕ້ອງໄດ້ດໍາເນີນການຕິດຕັ້ງ ແລະ ລົງທະ ບຽນ ໂປຣແກຣມ (ແອັບ) LaoKYC ໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິການ “ລາວ ສູ້ສູ້” ແລະ ສະໝັກສ້າງລະຫັດວັກຊີນ (Vaccine ID) ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນໄຫວ, ເດີນທາງ, ເຂົ້າໄປສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ.

  • ເຫັນດີອະນຸຍາດ ໃຫ້ກະຊວງການຕ່າງປະເທດ ອອກວີຊາ ສຳລັບນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາ ສປປ ລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ ທີ່ລັດຖະບານ ໄດ້ອະນຸຍາດແລ້ວນັ້ນ ທີ່ລະບຸໃນຂໍ້ 5 ໂດຍຮັບປະກັນໃຫ້ນັກທ່ອງທ່ຽວຕ້ອງລົງທະບຽນ QR Code (Vaccine ID) ເພື່ອນໍາໃຊ້ໄລຍະທ່ອງທ່ຽວຢູ່ ສປປ ລາວ ແລະ ອອກວີຊາ ໃຫ້ກຸ່ມເປົ້າໝາຍຕ່າງໆ ຕາມທີ່ໄດ້ລະບຸໃນ ຂໍ້ທີ  1.1-1.4  ຂ້າງເທິງ ຕາມການອະນຸຍາດຂອງຄະນະສະເພາະກິດ.
  • ເຫັນດີດ້ານຫຼັກການໃຫ້ເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສໍາລັບຂົນສົ່ງສິນຄ້າ ໂດຍມອບໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີຊາຍແດນຕິດກັບຕ່າງປະເທດ ດຳເນີນການກວດກາ ທັງປຶກສາຫາລືກັບທ້ອງຖິ່ນຂອງປະເທດທີ່ມີດ່ານຮ່ວມກັນ ຖ້າເຫັນວ່າມີຄວາມພ້ອມຮອບດ້ານ ລວມທັງສິ່ງອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຮັບປະກັນໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດ COVID-19 ທັງມີຄວາມເປັນເອກະພາບກັນສູງແລ້ວ ແມ່ນມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງ ອະນຸຍາດໃຫ້ເປີດໄດ້.
  • ເຫັນດີໃຫ້ພາກເອກະຊົນມີສ່ວນຮ່ວມ ໃນການເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19. ສ່ວນລາຍລະອຽດ, ມອບໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບ ກັບ ກະຊວງກ່ຽວຂ້ອງ ຄົ້ນຄ້ວາ ແລະ ກໍານົດມາດຖານເງື່ອນໄຂ ທັງສ້າງລະບຽບການຄຸ້ມຄອງຫົວໜ່ວຍທຸລະກິດທີ່ອະນຸຍາດ ໃຫ້ດຳເນີນການກວດພະຍາດເຊື້ອພະຍາດດັ່ງກ່າວນັ້ນ ຕາມມາດຕະຖານທີ່ກະຊວງສາທາລະນະສຸກກໍານົດໄວ້.
  • ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ຊຸກຍູ້ການຜະລິດຢາປິ່ນປົວພະຍາດ COVID-19 ໃຫ້ສາມາດຜະລິດໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
  • ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີປຸກລະດົມ ການສັກວັກຊີນ ດ້ວຍຫຼາຍຮູບການ ແລະ ຫຼາຍວິທີການ ເພື່ອໃຫ້ສາມາດສັກໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດໂຄວິດ-19 ສະບັບເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021.
  • ເຫັນດີ ໃຫ້ເປີດກິລາ ໃນຮົ່ມ ແລະ ກາງແຈ້ງ ທຸກປະເພດ, ແຕ່ໃຫ້ເຈົ້າຂອງສະຖານທີ່ ມີມາດຕະການປ້ອງກັນ ແລະ ຄວບຄຸມ ຢ່າງເຂັ້ມງວດ.
  • ສືບຕໍ່ ປິດຮ້ານບັນເທີງ ແລະ ຮ້ານຄາລາໂອເກະ.
  • ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນອະນຸຍາດ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການບໍລິການລົດໂດຍສານ, ຜູ້ໂດຍສານ, ຜູ້ເດີນທາງດ້ວຍພາຫະນະ ປະເພດເດີນທາງ ໄປ-ມາ ລະຫວ່າງແຂວງ ຕໍ່ ແຂວງ, ເມືອງຕໍ່ເມືອງໄດ້ຢ່າງປົກກະຕິ, ແຕ່ພະນັກງານຂັບລົດ ແລະ ຜູ້ໂດຍສານ ຕ້ອງໄດ້ຮັບການສັກວັກຊີນຄົບໂດສ. ພ້ອມດຽວກັນນີ້ ກໍຫ້າມອົງການປົກຄອງທຸກຂັ້ນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່ກັນ ກໍຄືການທຳມາຫາກິນຂອງພົນລະເມືອງທຸກຄົນ ໃນຂອບເຂດທົ່ວປະເທດດ້ວຍການກຳນົດລະບຽບການທີ່ແຕກຕ່າງ ຈາກລະບຽບການ ທີ່ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນສູນກາງ ໄດ້ວາງອອກ ຢ່າງເດັດຂາດ.
  • ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ທຸກຂັ້ນ ຮີບຮ້ອນຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນຄໍາແນະນໍາໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ແລະ ສຳເລັດໄວ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ພະຈິກ 2021 ແລະ ມີຜົນສັກສິດ ນັບແຕ່ເວລາ 00:00 ໂມງ ຂອງວັນທີ 04 ກຸມພາ 2022 ເປັນຕົ້ນໄປ, ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

.

.