ມະຫາວິທະຍາໄລຍີ່ປຸ່ນນຳໃຊ້ຫຸ່ນຍົນ ໃຫ້ນັກຮຽນຮັບໃບປະກາດໂດຍບໍ່ຕ້ອງສະແດງຕົວ

ຮູບພາບຈາກເວັບໄຊຂອງມະຫາວິທະຍາໄລ Business Breakthrough

ສຳນັກຂ່າວ REUTERS ລາຍງານວ່າ ໃນມະຫາວິທະຍາໄລ Business Breakthrough University ໄດ້ນຳໃຊ້ຫຸ່ນຍົນເຮັດພິທີຮັບໃບປະກາດໃຫ້ນັກຮຽນໄດ້ເຂົ້າຮ່ວມຈາກທາງບ້ານ ຫຼັງຈາກທີ່ມະຫາວິທະຍາໄລຫຼາຍແຫ່ງໃນປະເທດ ໄດ້ຍົກເລີກພິທີຮັບໃບປະກາດພາກລະດູໃບໄມ້ປົ່ງ ຍ້ອນການແຜ່ລະບາດຂອງໄວຣັສໂຄວິດ-19.

ຫຸ່ນຍົນທີ່ມີຊື່ວ່າ Newme ທີ່ພັດທະນາໂດຍບໍລິສັດ ANA Holdings ໄດ້ຖືກນຳມາໃຊ້ ພ້ອມຕົບແຕ່ງດ້ວຍເສື້ອຄຸມ ແລະ ໝວກຮັບໃບປະກາດ ພ້ອມກັນນີ້ ໂຕຫຸ່ນຍົນກໍ່ມີແທັບເລັດໄວ້ສະແດງໜ້າຕາຂອງນັກຮຽນ ທີ່ເຂົ້າລະບົບຈາກໃນຄອມພິວເຕີ້ຂອງຕົວເອງ. ໃນພິທີຮັບໃບປະກາດກໍ່ຈະມີປະທານຂອງມະຫາວິທະຍາໄລມອບໃບປະກາດ ໂດຍການວາງໄວ້ເທິງຖາດທີ່ຕິດຢູ່ກັບຫຸ່ນຍົນ ພ້ອມມີທີມງານມາສະແດງຄວາມຍິນດີຕໍ່ນັກຮຽນທີ່ຈົບໃໝ່.

ທາງມະຫາວິທະຍາໄລເອງກໍ່ຫວັງວ່າວິທີການນີ້ຈະຖືກນຳໄປໃຊ້ໃນມະຫາວິທະຍາໄລແຫ່ງອື່ນໆ ທີ່ກຳລັງຫາທາງຈັດພິທີທີ່ບໍ່ຕ້ອງມີການຮວມໂຕກັນຫຼາຍຄົນ.

ຮຽບຮຽງໂດຍ: ວະນິດາ