ມຊ ປະກາດພັກຮຽນຊົ່ວຄາວພ້ອມພິຈາລະນາຮຽນອອນລາຍ ປ້ອງກັນໂຄວິດລະບາດ ໃນຮົ້ວວິທະຍາເຂດ

ມະຫາວິທະຍາໄລແຫ່ງຊາດ (ມຊ) ອອກແຈ້ງການໃນວັນທີ 15 ສິງຫາວ່າດ້ວຍການຢຸດພັກການຮຽນ-ການສອນຊົ່ວຄາວ ພ້ອມຫັນມາເປີດຮຽນ-ສອນທາງອອນລາຍແທນໃນທຸກຊັ້ນຮຽນໃນແຕ່ລະຄະນະວິຊາ, ສະຖາບັນ, ສູນ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ, ໂຮງຮຽນມັດທະຍົມ, ປະຖົມສາທິດ ລວມທັງເຮືອນລ້ຽງເດັກ ແລະ ອະນຸບານສາທິດ.

ແຈ້ງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 16 ສິງຫາ 2021 ຈົນກວ່າຈະມີການແຈ້ງການເພີ່ມເຕີມ ໂດຍມອບໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດການຮຽນ-ການສອນທາງອອນລາຍ ໂດຍໃຊ້ Facebook, OBS, Powerpoint + OBS, Google Classroom ຫຼື ອື່ນໆຕາມຄວາມເໝາະສົມ, ທັງນີ້ກໍເພື່ອແນວໃສ່ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19.

ຫ້າມບໍ່ໃຫ້ການຈັດຕັ້ງທຸກພາກສ່ວນຈັດກອງປະຊຸມ ຫຼື ກິດຈະກຳອື່ນໆທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ, ພ້ອມທັງຫ້າມບໍ່ໃຫ້ພະນັກງານຄູອານ ແລະ ນັກສຶກສາທຸກພາກສ່ວນຈັດງານລ້ຽງຊຸມແຊວກັນ ເພາະຖ້າມີການລະເມີດ, ທາງຄະນະສະເພາະກິດ ມຊ ຈະໄດ້ມີການຄົ້ນຄວ້າ ແລະ ປະຕິບັດວິໄນຕາມລະບຽບການ. ສຳລັບການຕິດຕາມເຂົ້າ-ອອກສຳນັກງານຂອງແຕ່ລະວິທະຍາເຂດພາຍໃນ ມຊ ແມ່ນໃຫ້ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.