ຟໍຣິດາປະກາດພາວະສຸກເສີນສັ່ງອົບພະຍົບປະຊາຊົນຫຼັງນໍ້າເສຍເປັນພິດຮົ່ວໄຫຼ

ອີງຈາມການລາຍງານຂ່າວຈາກສຳນັກຂ່າວ BBC ໃຫ້ຮູ້ວ່າ ລັດຟໍຣິດາໄດ້ປະກາດພາວະສຸກເສີນຫຼັງເກີດເຫດນໍ້າເສຍທີ່ປົນເປື້ອນສານພິດຮົ່ວໄຫຼຈາກອ່າງເກັບນໍ້າຂະໜາດໃຫຍ່ໃນເມືອງເມປາເບຍ ສົ່ງຜົນໃຫ້ທາງພາກລັດຕ້ອງສັ່ງອົບພະຍົບປະຊາຊົນຫຼາຍກວ່າ 300 ຫຼັງຄາເຮືອນອອກຈາກພື້ນທີ່.

ອ່າງເກັບນໍ້າທີ່ພົບການຮົ່ວໄຫຼນັ້ນຢູ່ໃນກອງຟອສໂຟຢິບຊໍາ ເຊິ່ງເປັນກາກກຳມະຕະພາບລັງສີຈາກການຜະລິດປຸ໋ຍ ອີກທັງຍັງມີສ່ວນປະກອບຂອງເຣດຽມ ແລະ ຍູເຣນຽມປະລິມານເລັກໜ້ອຍທີ່ເກີດຂຶ້ນຕາມທຳມະຊາດ. ນອກຈາກນີ້, ກອງຟອສໂຟຢິບຊໍາຍັງສາມາດປ່ອຍແກ໊ສເຣດອນອີກດ້ວຍ.

ມີລາຍງານລະບຸວ່າ ເຈົ້າໜ້າທີ່ໄດ້ພະຍາຍາມຊ້ອມແປງຮ່ອງຮອຍຮົ່ວໄຫຼໃນຄືນວັນສຸກ ດ້ວຍການໃຊ້ຫີນ ແລະ ວັດຖຸອື່ນໆ ອັດຮອຍຮົ່ວ ແຕ່ຄວາມພະຍາຍາມດັ່ງກ່າວບໍ່ປະສົບຄວາມສຳເລັດ ເຮັດໃຫ້ ທ່ານ ຣອນ ເດິຊານຕິສ ຜູ້ວ່າການລັດຟໍຣິດາ ຕັດສິນໃຈປະກາດພາວະສຸກເສີນໃນວັນເສົາ.

ປັດຈຸບັນ, ໄດ້ມີການໃຊ້ເຄື່ອງສູບນໍ້າສູບນໍ້າອອກຈາກອ່າງເກັບນໍ້າເສຍປະລິມານຫຼາຍແສຮລິດຕໍນາທີ ເພື່ອເຮັດໃຫ້ນໍ້າຫຼດລົງ ພ້ອມດຽວກັນນັ້ນ, ຄົນງານກຳລັງຈັດທຳແຜນຜັງເສັ້ນທາງເພືອຄວບຄຸມການໄຫຼຂອງນໍ້າໃຫ້ໄປຕົກຢູ່ບ່ອນທີ່ປອດໄພ.

ຮຽບຮຽງຂ່າວ:​ ພຸດສະດີ