ຟີມກອງແສງລົດເລືອກຢ່າງໃດ ຖ້າຕ້ອງການຈະຕິດ?

1424507297

ຟິ​ມ​ລົດ​ນັ້ນຖື​ວ່າ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ອີກ1ສິ່ງ ກັບ​ຜູ້​ທີ່​ໃຊ້​ລົດ​​ເປັນ​ຢ່າງ​ຫລາຍ​ເນື່ອງ​ຈາກ ສະພາບ​ອາ​ກາດ​ໃນ​ບ້ານ​ເຮົາ​ນັ້ນ​ຮ້ອນ​ຫລາຍ  ຂັບ​ລົດ​ເປີດ​ແອລ໌ປົກກະຕິ​ໃນ​ຕອນ​ກາງເວັນ​ບາງເທື່ອ​ກໍ​ຍັງ​ຮ້ອນ​ຢູ່ ຈຶ່ງ​ເຮັດໃຫ້​ຫລາຍໆ​ທ່ານ​ນັ້ນ​ຫັນ​ມາ​ເພິ່ງ​ພາຕົວ​ຊ່ວຍ​ອີກ1ສິ່ງ​ນັ້ນ​ກໍ​ຄື  ຟິມກ​ອງ​ແສງ​ລົດ​ ແຕ່​ຫລາຍ​ທ່ານ​ກໍ່​ຍັງ​ບໍ່​ຮູ້ວ່າຟິ​ມກ​ອງ​ແສງນັ້ນ​ມີ​ຈັກ​ປະ​ເພດ ແລະ​ມີ​ຄຸນສົມບັດ​ຫຍັງ​ແດ່ ຊຶ່ງຟິມກ​ອງ​ແສງ​ລົດ​ນັ້ນ​ສາມາດ​ແຍກ​ຍ່ອຍ​ໄດ້​ດັ່ງ​ນີ້

  1. ຟິມກ​ອງ​ແສງ​ທີ່​ບໍ່​ມີ​ສ່ວນ​ປະສົມ​ຂອງ​ສານ​ທີ່​ປ້ອງ​ກັນ​ລັງສີ​ທີ່​ມາ​ກັບ​ແດດ

ຟິ​ມກ​ອງ​ແສງ​ລົດ​ ປະ​ເພດ​ນີ້​ຈະ​ສາມາດຫ​ລຸດ​ຄວາມ​ເຂ້ມ​ຂອງ​ແສງ​ໄດ້​ພຽງ​ຢ່າງ​ດຽວ ຈະ​ບໍ່​ສາມາດ​ປ້ອງ​ກັນ​ລັງສີ​ຕ່າງໆ​ທີ່​ມາ​ກັບ​ແສງ​ແດດ​ໄດ້ ຊຶ່ງ​ນອກ​ຈາກ​ແສງ​ແດດ​ຈະ​ເຮັດໃຫ້​ເຮົາ​ຮ້ອນ​ແລ້ວ ລັງສີ​ທີ່​ມາ​ກັບ​ແສງ​ແດດ​ກໍ​ຖື​ວ່າ​ເປັນ​ອີກ1ສິ່ງ​ອັນຕະລາຍ​ທີ່​ເຮົາ​ເບິ່ງບໍ່ເຫັນ ດ້ວຍ​ເຊັ່ນ​ກັນ​ແລະຟິ​ມກ​ອງ​ແສງປະ​ເພດ​ນີ້​ຈະ​ມີ​ການ​ກັນ​ຄວາມ​ຮ້ອນ​ໄດ້​ບໍ່​ເຖິງ50%ແລະ​ຈະ​ເປັນຟິ​ມລາ​ຄາ​ຖືກໃນ​ທ້ອງຕະຫ​ລາດ

  1. ຟິ​ມກ​ອງ​ແສງ​ທີ່​ມີ​ສານ​ປ້ອງ​ກັນ​ລັງສີ​ຈາກ​ແສງ​ແດດ

ຟິ​ມກ​ອງ​ແສງ​ລົດ​ປະ​ເພດ​ນີ້ ຈະ​ມີ​ການ​ເພີ່ມ​ວັດ​ຖຸ​ພິເສດ​ເຂົ້າໄປ​ເພື່ອ​ທີ່​ຈະ​ໄວ້​ປ້ອງ​ກັນລັງສີ​ຈາກ​ແສງ​ແດດ ທີ່​ເປັນ​ອັນຕະລາຍ ຊຶ່ງ​ຕົວຟິ​ມກ​ອງ​ແສງ​ລົດ​ປະ​ເພດ​ນີ້​ນັ້ນ​ກໍ​ຍັງມີ​ແຍກ​ຍ່ອຍ​ໃນ​ສ່ວນ​ຂອງ​ສ່ວນ​ທີ່​ຈະ​ຕ້ອງ​ຖືກ​ກັບ​ແສງ​ແດດ​ໄດ້​ອີກ​ດັ່ງ​ນີ້

2.1 ປະ​ເພດ​ຂອງຟິ​ມ​​ທີ່​ມີ​ການ​ເຄືອບ​ໂລ​ຫະ ຟິມ​ຫລຸດ​ຄວາມ​ຮ້ອນໂດຍ​ເນື້ອ​ຟິ​ມປະ​ເພດ​ນີ້​ຈະ​ມີການ​ເຄືອບ​ສີ​ສະ​ທ້ອນ​ທີ່​ຕົວ​ເນື້ອ​ຟິ​ມ ເຮັດໃຫ້​ເວລາ​ທີ່​ເຮົາ​ເບີ່ງ​ຈາກ​ດ້ານ​ນອກ​ນັ້ນ​ຈະ​ສະ​ທ້ອນ​ຄືກັບແວ່ນ​ ໃນ​ເລື່ອງ​ຂອງ​ຄຸນນະພາບ​ໃນການກອງເເສງ​ຟິ​ມ​ລົດ​ປະ​ເພດ​ນີ້​ຈະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຫລຸດ​ຄວາມ​ຮ້ອນ​ຂອງ​ແສງ​ແດດ​ຢູ່​ທີ່ 35-95%

2.2 ຟີ​ມ​ທີ່​ປ້ອງ​ກັນ​ອິນ​ຟາ​ເລດ (Infraed Film)  ຟີມ​ປະ​ເພດ​ນີ້​ນັ້ນ​ຈະ​ມີການ​ເຄືອບ​ສານ​ທີ່​ປ້ອງ​ກັນ​ລັງສີ​ອິນ​ຟະ​ເລດ ໄວ້​ທີ່​ຕົວ​ຟີ​ມ ຊຶ່ງ​ຖື​ວ່າຟີ​ມກ​ອງ​ແສງ​ລົດ​ປະ​ເພດ​ນີ້​ສາມາດ​ກັນ​ຄວາມ​ຮ້ອນ​ໄດ້​ດີ​ທີ່ສຸດ ແຕ່​ສິ່ງ​ທີ່​ຕາ​ມາ​ກໍ​ຄື​ມີ​ລາ​ຄາ​ສູງ ປະຈຸບັນ​ຫລາຍ​ບໍລິສັດ​ໄດ້​ມີການ​ຜະລິດ​ຟີມປະ​ເພດ​ນີ້​ອອກ​ມາ​ຫລວງຫລາຍ​ເຮັດໃຫ້​ລາ​ຄາ​ຂອງຟີມກ​ອງ​ແສງປະ​ເພດ​ນີ້​ເລີ່ມ​ປັບ​ລາ​ຄາ​ລົງ​ມາ

2.3 ຟີມ​ລົດ​ປະ​ເພດ​ປອດໄພ  ຟີ​ມກ​ອງ​ແສງປະ​ເພດ​ນີ້ ຈະ​ມີ​ຄວາມ​ໜາ​ຕັ້ງ​ແຕ່ 4 Mil ຂຶ້ນ​ໄປ (1mil =  0.025 mm.) ສ່ວນ​ໃຫຍ່​ແລ້ວ​ຈະ​ເປັນຟີມ​ທີ່​ໃຊ້​ກັບ​ອາ​ຄານ ແຕ່​ໃນ​ປະຈຸບັນ​ໄດ້​ເລີ່ມ​ມີ​ການ​ນຳ​ມາ​ໃຊ້​ກັບ​ລົດ​ ໂດຍ​ຈະ​ມີ​ທັງ​ແບບ​ຊ່ວຍ​ຫລຸດ​ຄວາມ​ຮ້ອນ​ແລະ​ບໍ່​ຫລຸດ​ຄວາມ​ຮ້ອນ ຄຸ​ນສົມບັດ​ເດ່ນໆ​ຂອງຟີມກ​ອງ​ແສງປະ​ເພດ​ນີ້ ຈະ​ຊ່ວຍ​ໃນ​ເລື່ອງ​ຂອງການ​ຄົງ​ສະພາບຂອງ​ແວ່ນເມື່ອ​ເກີດ​ການ​ກະ​ທົບ ໃຫ້​ຢູ່ໃນ​ຮູບ​ແບບ​ເກົ່າ​ໃຫ້​ຫລາຍ​ທີ່ສຸດ​ອີກ​ດ້ວຍ

2.4 ຟີ​ມ​ລົດ​​ປະ​ເພດ​ນາ​ໂນ   ຟີກ​ອງ​ແສງ​ປະ​ເພດ​ນາ​ໂນຫລື​ເອີ້ນ​ສັ້ນໆ​ວ່ານາ​ໂນ​ຟີມ ຈະເປັນ​ຟີມກ​ອງ​ແສງ​ລົດ​ທີ່​ແສງ​ສ່ອງ​ຜ່ານ​ໄດ້​ຫລາຍ​ເຖິງ 60% ແລະ​ຈະ​ບໍ່​ເຮັດໃຫ້​ເກີດ​ເງົາ ແຕ່​ເປັນຟີ​ມກ​ອງ​ແສງທີ່​ສາມາດຫ​ລຸດ​ຄວາມ​ຮ້ອນ​ໄດ້​ສູງ​ທັງ​ໝົດ​ນີ້​ຈະ​ຂຶ້ນ​ຢູ່​ກັບ​ວັດ​ຖຸ​ທີ່​ນຳ​ມາ​ໃຊ້​ຜະລິດ​ແລະສານ​ທີ່​ນຳ​ມາ​ເຄືອບ​ຟີ​ມ ແລະ​ຈະ​ມີ​ລາ​ຄາ​ຂ້ອນ​ຂ້າງ​ສູງ

1424507273

ຟີມກ​ອງ​ແສງ​ລົດ​ ຄວນ​ຕິດ​ຈັກ​ເປີ​ເຊັນ

ກ່ອນ​ທີ່​ເຮົາ​ຈະ​ໄປ​ເບິ່ງ​ວ່າ​ຄວນຕິດ​ຟີ​ມກ​ອງ​ແສງ​ລົດ​​ຈັກ​ເປີເຊັນ ເຮົາ​ໄປ​ເຮັດ​ຄວາມ​ຮູ້​ຈັກ​ກັນ​ກ່ອນ​ວ່າເປີເຊັນ​ຂອງ​ຟີ​ມນັ້ນ​ຄື​ຫຍັງ ກໍ​ຄືຄວາມ​ເຂ້ມ​ຂອງ​ຟີ​ມກ​ອງ​ແສງ​ລົດ​ໂດຍ​ແບ່ງ​ໄດ້​ດັ່ງ​ນີ້

  • ຟີ​ມກ​ອງ​ແສງ 40% ຫລື​ທີ່​ຫລາຍໆ​ທ່ານ​ມັກ​ເອີ້ນວ່າຟີມ​ໃສ ຟີ​ມລົດ​ປະ​ເພດ​ນີ້​ແສງ​ຈະ​ສາມາດ​ສ່ອງ​ຜ່ານ​ໄດ້ ປະ​ມານ 35%ຂຶ້ນ​ໄປ ໂດຍ​ຈະ​ມີ​ຕົວ​ເລ​ກລະ​ບຸເທິງ​ເນື້ອ​ຟີ​ມ ຕົວ​ຢ່າງ​ເຊັ່ນ APL35N, POP35N, APL45NX, L80BL
  • ຟີ​ມກ​ອງ​ແສງ 60% ຈະ​ໝາຍ​ເຖິງ  ຟີ​ມກ​ອງ​ແສງທີ່​ແສງ​ສາມາດ​ສົ່ງ​ຜ່ານ​ໄດ້ ປະ​ມານ 20% ຕົວ​ຢ່າງເລກ​ທີ່​ຕິດ​ເທິງ​ເນື້ອ​ຟີ​ມຈະ​ເປັນ ANL20N, ARL20C, ARL20BX, L20N POP20N
  • ຟີ​ມກ​ອງ​ແສງ 80% ໝາຍ​ເຖິງ  ຟີ​ມກ​ອງ​ແສງ​ລົດ​ທີ່​ມີ​ຄວາມ​ເຂັມ​ທີ່ສຸດ ເຮັດໃຫ້​ມີ​ແສງ​ສົ່ງ​ຜ່ານ​ໄດ້ 5% ຕົວ​ຢ່າງ​ເຊັ່ນ ARL05C, ANL05N, POP5C L05 Digital CTX

1424507264