ຟິລິບ​ປິນ ​ເລີ່​ມ​ໂຄງການ​ສີ​ດວັກ​ຊີ​ນ​ໄຂ້​ເລືອດ​ອອກ

0
1696

ທາງ​ການ​ຟິລິບ​ປິນ​ເລີ່​ມ​ໂຄງການ​ໂຄສະນາ​ສີ​ດວັກ​ຊີ​ນປ້ອງ​ກັນ​ໄຂ້​ເລືອດ​ອອກ ​ໂດຍມີ​ເປົ້າ​ໝາຍ​ສຳ​ລັບ​ນັກຮຽນ​ໂຮງຮຽນ​ຂອງ​ລັດ​ຈຳນວນ 1 ລ້ານ​ຄົນ ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໄຂ້​ເລືອດ​ອອກລະບາດ ຊຶ່ງ​ອົງການ​ອະນ​າ​ໄມ​ໂລກ​ລະບຸ​ວ່າ ​ໃນ​ແຕ່ລະ​ປີ​ມີ​ຜູ້​ຕິດ​ເຊື້ອ 390 ລ້ານ​ຄົນ.

ນັກຮຽນ​ລະດັບ​ປະຖົມ​ປະມານ 600 ຄົນ​ທີ່​ໂຮງຮຽນ​ນອກ​ຕົວ​ເມືອງ​ມາຣິກິ​ນາ ຊຶ່ງ​ສ່ວນ​ໃຫຍ່​ອາຍຸ 9-10 ປີ​ໄດ້​ຮັບ​ການ​ສີດ​ວັກ​ຊີ​ນ​ໄຂ້​ເລືອດ​ອອກ​ເຂັມ​ແຮກ​ຈາກ​ທັງ​ໝົດ​ສາມ​ໄລຍະ ລວມ​ເຖິງ​ນັກຮຽນ​ໂຮງຮຽນ​ຂອງ​ລັດ​ໃນ 3 ​ເຂດ​ທີ່​ໄດ້​ຮັບ​ເລືອກ​ໃຫ້​ເຂົ້າ​ຮ່ວມ​ໂຄງການ​ຄັ້ງ​ນີ້​ຊຶ່ງ​ລວມທັງ​ທີ່​ນະຄອນຫຼວງ​ມະນິລາ, ​ແຈ​ເນັດດ ກາຣິນ, ລັດຖະມົນຕີ​ສາທາລະນະ​ສຸກ​ຟິລິບ​ປິນກ່າວວ່າ ​ເປັນ​ໂຄງການ​ຄັ້ງ​ສຳຄັນ​ຂອງ​ພາກ​ສາທາລະນະ​ສຸກ ກະຊວງ​ສາທາລະນະ​ສຸກ​ລາຍ​ງານ​ວ່າ ການ​ສີດ​ວັກ​ຊີ​ນຕາມ​ໄລ​ບະ​ສຳລັບ​ເດັກ​ອາຍຸ 9 ປີ ມີ​ສ່ວນ​ຊ່ວຍ​ຫຼຸດ​ໂອກາດ​ການ​ຕິດ​ເຊື້ອ​ໄດ້​ເກືອບ​ 25% ຟິລິບ​ປິນມີ​ຜູ້​ຕິດ​ເຊື້ອ​ໄຂ້​ເລືອດ​ອອກ 200.000 ຄົນ​ເມື່ອ​ປີ 2015.