ຟິນແລນ-ສະວີເດັນ ກຽມສະມັກເຂົ້າຮ່ວມນາໂຕ

0
926

ຕາມການລາຍງານສື່ທ້ອງຖິ່ນຟິນແລນລະບຸວ່າ: ຟິນແລນ-ສະວີເດັນ ອາດຈະສະມັກເປັນສະມາຊິກອົງກອນສົນທິສັນຍາແອດແລນຕິກເໜືອ (ນາໂຕ) ພາຍໃນອີກບໍ່ເທົ່າໃດມື້ຂ້າງໜ້າ ເຊິ່ງຖືເປັນການປ່ຽນແປງຄັ້ງໃຫຍ່ສຳລັບ 2 ທີ່ມີປະຫວັດສາດຄວາມເປັນກາງໃນພາວະສົມຄາມທີ່ມີມາດົນນານ.

ປະເທດສະວີເດັນດຳລົງສະຖານະບໍ່ເປັນກາງເຂົ້າຂ້າງປະເທດອື່ນມາເປັນເວລາ 200 ປີ ເຊິ່ງດ້ານຟິນແລນມີສະຖານະຊາດເປັນກາງໃນສະພາວະຈຳຍອມ ຫຼັງພ່າຍແພ້ຕໍ່ສະຫະພາບໂຊຫວຽດໃນສົງຄາມໂລກຄັ້ງທີ 2.

ໂດຍທີ່ຜ່ານມາປະຊາຊົນຊາວຟິນແລນທີ່ສະໜັບສະໜູນໃຫ້ປະເທດເຂົ້າຮ່ວມ ມີຢູ່ປະມານ 20-25% ແຕ່ນັບຕັ້ງແຕ່ຣັດເຊຍບຸກຢູເຄຣນ ຕົວເລກດັ່ງກ່າວໄດ້ສູງຂຶ້ນເປັນສະທິຕິສູງສຸດທີ່ 76% ຈາກການສຳຫຼວດຄວາມຄິດເຫັນຫຼ້າສຸດ ສ່ວນໃນສະວີເດັນແມ່ນ 57% ຂອງປະຊາກອນທີ່ຕ້ອງການເຂົ້າຮ່ວມກຸ່ມພັນທະມິດທາງທະຫານຕາເວັນຕົກ.

ສຳລັບການປ່ຽນແປງຂອງສອງປະເທດໃນການເຂົ້າຮ່ວມນາໂຕຄືຶ: ການໄດ້ຮັບການປົກປ້ອງຈາກກຸ່ມພັນທະມິດທາງການທະຫານພາຍໃຕ້ມາດຕາ 5 ຂອງ ເຊິ່ງລະບຸວ່າ ການໂຈມຕີສະມາຊິກປະເທດໃດປະເທດໜຶ່ງ ເທົ່າກັບເປັນການໂຈມຕີທຸກປະເທດ.