ພໍ່ເຖົ້າວິລລຽມ ໄດ້ໃບປະກາດຈົບຊັ້ນມັດທະຍົມປາຍໃນໄວ 94 ປີ

ອະດີດທະຫານຜ່ານເສິກໄວ 94 ປີຫາກໍ່ມີໂອກາດກັບໄປຮັບໃບປະກາດຈົບຊັ້ນມັດທະຍົມຊັ້ນມໍປາຍຈາກໂຮງຮຽນທິລເດັນ ໄຮສະຄູລໃນນະຄອນນິວຢອກ ສະຫະລັດອາເມຣິກາເມື່ອເດືອນມີນາທີ່ຜ່ານມາ.

ພໍ່ເຖົ້າວິລລຽມ ຊີ. ແວັກເນີຣ ເລົ່າວ່າ ຕົນເອງຕ້ອງຢຸດຮຽນກະທັນຫັນໃນລະຫວ່າງເທີມສຸດທ້າຍເພື່ອໄປເຮັດໜ້າທີ່ທະຫານຮັບໃຊ້ຊາດໃນສະໄໝສົງຄາມໂລກຄັ້ງທີ 2 ຊຶ່ງເຮັດໃຫ້ຕົນເອງບໍ່ມີໂອກາດໄດ້ຮັບໃບປະກາສະນີຍະບັດຈົບຊັ້ນມັດທະຍົມ ຂະນະທີ່ ຟໍໍຣເຣສ ຊີ. ແວັກເນີຣ ລູກຊາຍຂອງພໍ່ເຖົ້າຄົງເຂົ້າໃຈເຖິງຄວາມຮູ້ສຶກຂອງພໍ່ວ່ານີ້ເປັນເລື່ອງທີ່ພໍ່ຮູ້ສຶກເສຍດາຍ ດັ່ງນັ້ນ ລູກຊາຍຈຶ່ງໄດ້ຕິດ ຕໍ່ປະສານງານກັບໂຮງຮຽນດັ່ງກ່າວ ແລະ ທາງໂຮງຮຽນກໍຍິນດີມອບໃບປະກາສະນີຍະບັດຈົບຊັ້ນມັດທະຍົມຮ່ວມກັບນັກຮຽນທີ່ຈົບໃນປີສຶກສາ 2019 ນີ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: www.upi.com ແລະ ABC 7