ພໍ່ລູກຂາຍຢາ ຖືກຈັບພ້ອມຢາບ້າ 3 ມັດ

0
521

ວັນທີ 30 ຕຸລາ 2022 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ຈັບພໍ່-ລູກ ຄ້າຂາຍຢາເສບຕິດ ( ປະເພດຢາບ້າ ) ຈໍານວນ 3 ມັດ ເທົ່າກັບ 18.000 ເມັດ.

ພັຕ ສົມຊາຍ ອິນທິລາດ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງວິລະບູລີ ລາຍງານ ໃນວັນທີ 8 ພະຈິກ 2022 ນີ້ວ່າ : ໄດ້ຮັບແຫຼ່ງຂ່າວ ມີກຸ່ມຄົນບໍ່ດີຈະມີການຂົນສົ່ງຢາບ້າ ຕາມເສັ້ນທາງເລກທີ 10 ແຕ່ເມືອງອາດສະພອນ ຫາ ເມືອງວິລະບູລີ, ດັ່ງນັ້ນ ຈຶ່ງໄດ້ຈັດວາງກໍາລັງສົມທົມກັບພາກສ່ວນທີ່ກ່ຽວຂ້ອງລົງສະກັດກັ້ນທັນທີ, ມາຮອດເວລາ 7:40 ໂມງ ຂອງວັນທີ 30 ຕຸລາ 2022 ກໍສາມາດຈັບ ຊື່ ທ້າວ ພູ ອາຍຸ 62 ປີ ( ພໍ່ ) ຢູ່ບ້ານ ທ່າໂຂ່ງ ເມືອງເຊໂປນ ແລະ ທ້າວ ສຸກນະພາ ອາຍຸ 20 ປີ ( ລູກຊາຍ ) ໄດ້ໃນຂະນະທີ່ຂັບຂີ່ລົດຈັກຊ້ອນກັນມາຮອດຂອບເຂດບ້ານ ຫ້ວຍຊວ້ານ ເມືອງວິລະບູລີ. ຜ່ານການກວດຄົ້ນຕົນຕົວ ແລະ ກະເປົາເຄື່ອງ ພົບເຫັນຢາບ້າ ຈໍານວນ 3 ມັດ ຫຼື 18.000 ເມັດ.

ເຈົ້າໜ້າທີ່ ປກສ ເມືອງວິລະບູລີໃຫ້ຮູ້ຕື່ມວ່າ: ໃນວັນທີ 4 ພະຈິກ 2022, ສາມາດຈັບທ້າວ ຫວັນ ອາຍຸ 38 ປີ ຢູ່ບ້ານດົງນາຄໍາ ນະຄອນໄກສອນ, ພອ້ມທັງກວດຄົ້ນ ພົບເຄື່ອງຂອງກາງ ຢາບ້າ ຈໍານວນ 86 ເມັດ ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວຜູ້ກ່ຽວຂຶ້ນໄປທີ່ກອງບັນຊາການ ປກສ ເມືອງວິລະບູລີ ເພື່ອສອບສວນເອົາຂໍ້ມູນ ຂະຫຍາຍຜົນຕື່ມຕໍ່ໄປ.

ທີ່ມາ: ຄວາມສະຫງົບ