ພໍ່ຊູ້ສາວເລີຍຍິງພໍ່ຈົນເສຍຊີວິດ

0
3177

ທ້າວ ອາເອີ ຫຼື ຫຼື ຊາແຍ່ ອາຍຸ 19 ປີ ປະຊາຊົນ ບ້ານຢາງຫຼວງ ເມືອງສິງ ແຂວງຫຼວງນໍ້າທາ ໂມໂຫໂທສະໃສ່ຜູ້ເປັນພໍ່ຢ່າງຮຸນແຮງ ແລ້ວຈັບປືນແກັບ ຍິງໃສ່ 1 ບາດ ຈົນເສຍຊີວິດ ຍ້ອນບໍ່ພໍ່ໃຈໃຫ້ຜູ້ເປັນພໍ່ພົວພັນຊູ້ສາວແລ້ວໄລ່ແມ່ໜີ.

ພັຕ ອານຸສອນ ໄຊດວງຕາ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເຫດການເກີດຂຶ້ນໃນວັນທີ 19 ພະຈິກ 2022 ຢູ່ບ້ານຢາງຫຼວງ ເມືອງສິງ ແຂວງຫຼວງນໍ້າທາ. ພາຍຫຼັງໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງບ້ານ ໄດ້ແຕ່ງພະນັກງານວິຊາສະເພາະລົງກວດກາພົບເຫັຜູ້ເສຍຊີວິດ ຊື່ ທ້າວ ມືແຊະ ອາຍຸ 41 ປີ ປະຊາຊົນ ບ້ານຢາງຫຼວງ ເມືອງສິງ ພົບເຫັນຮ່ອງຮອຍລູກປືນຍິງເຂົ້າບໍລິເວນຮ່າງກ່າຍ 3 ຈຸດ ກົກແຂນເບື້ອງຊ້າຍ 1 ລູກ, ກ້ອງຂີ້ແຮ້ເບື້ອງຊ້າຍ ແລະ ເບື້ອງຂວາ 1 ລູກ.

ທ້າວ ອາເອີ ຮັບສາລະພາບວ່າ ໄລຍະຜ່ານມາພາຍໃນຄອບຄົວ ມີຄວາມສະຫງົບດີ ຈົນມາຮອດໄລຍະປີ 2018-2019 ທ້າວ ມືແຊະ ຜູ້ເປັນພໍ່ ມີການພົວພັນຊູ້ສາວ ກັບ ນາງ ທາເຍາະ ອາຍຸ 40 ປີ ຄົນບ້ານດຽວກັນ ຈົນມີລູກ 1 ຄົນ; ຫຼັງຈາກນັ້ນ ຜູ້ເປັນພໍ່ໄດ້ເອົາມາຢູ່ເຮືອນນຳແລ້ວໄດ້ໃຫ້ ນາງ ອາຊື ຜູ້ເປັນເມຍຫຼວງ ພ້ອມກັບລູກ ອອກໄປອາໄສຢູ່ນຳລູກເຂີຍ, ເລີ່ມແຕ່ນັ້ນມາຄອບຄົວບໍ່ມີຄວາມສະຫງົບ ເກີດມີການຜີດຖຽງກັນເປັນປະຈໍາ ທັງເລື້ອງການແບ່ງປັນດິນມູນ, ການຢູ່ກິນ ເຄື່ອງໃຊ້ສອຍ ແລະ ອື່ນໆ; ມື້ເກີດເຫດ ຜູ້ເສຍຊີວິດໄດ້ຜິດກັນກັບທ້າວ ອາເອີ ຜູ້ເປັນລູກຊາຍຢ່າງຮຸນແຮງ, ຈາກນັ້ນ ລູກຊາຍໄດ້ຈັບເອົາປືນຢູ່ຂ້າງຝາເຮືອນ ຍິງໃສ່ ທ້າວ ມືແຊະ ຜູ້ເປັນພໍ່ບາດໜຶ່ງເຮັດໃຫ້ຜູ້ກ່ຽວໄດ້ຮັບບາດເຈັບສາຫັດແລ້ວເສຍຊິວີດ.

ແຫຼ່ງຂ່າວ ວາລະສານ ປ້ອງກັນຄວາມສະຫງົບ