ພຽງ 9 ເດືອນ ແຂວງສາລະວັນ ສົ່ງອອກມັນຕົ້ນ ບັນລຸເກືອບ 140.000 ໂຕນ!

ຂປລ. ໃນໄລຍະ 9 ​ເດືອນສົກປີ 2015-2016 ​ນີ້, ​ແຂວງສາລະວັນ ສາມາດເກັບຊື້ມັນຕົ້ນແຫ້ງແລະ ສົ່ງອອກໄປຕ່າງປະເທດ​​ 138.520 ​ໂຕນ​, ໃນນີ້ແປ້ງມັນຕົ້ນ 1.100 ​ໂຕນ, ​ຕະຫລາດທີ່ສົ່ງອອກຫລາຍກ່ວາໝູ່ແມ່ນຣາຊະອານາຈັກໄທ 134.924 ​ໂຕນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3 ​ເທົ່າແລະ ສສ ຫວຽດນາມ 3.595 ​ໂຕນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2 ​ເທົ່າ. ​

ທ່ານສີສຸພັນເທບວົງສາ ຫົວໜ້າພະແນກອຸດສາຫະກຳ​-ການຄ້າແຂວງສາລະວັນ ​​ໃຫ້ຮູ້ວ່າ: ຂະບວນການປູກມັນຕົ້ນຂອງປະຊາຊົນໃນປີນີ້ເຫັນວ່າ​​ເປັນຂະບວນກວ້າງຂວາງຟົດຟື້ນ ຖ້າທຽບໃສ່ປີຜ່ານມາ​ ​ໂດຍສະເພາະຢູ່ເມືອງເລົ່າງາມ ເນື້ອທີ່ປູກມັນຕົ້ນເພີ່ມຂຶ້ນ 3 ​ເທົ່າ​ ​​ເຊິ່ງຂະແໜງການທີ່ກ່ຽວຂ້ອງ ໄດ້ຊຸກຍູ້ແລະເອື້ອອຳນວຍຄວາມສະດວກໃຫ້ບັນດາຫົວໜ່ວຍທຸລະກິດທີ່​​ເຮັດການເກັບຊື້ມັນດິບ, ມັນແຫ້ງຢ່າງເປີດກວ້າງ, ພ້ອມ​ທັງເປີດ​​ໂອກາດໃຫ້ທຸລະກິດພາຍໃນແລະ ຕ່າງປະເທດ ມາລົງທຶນສ້າງໂຮງງານປຸງແຕ່ງມັນຕົ້ນໃຫ້ຫລາຍຂຶ້ນ ມາຮອດປະຈຸບັນທົ່ວແຂວງມີ 9 ຫົວໜ່ວຍ ດໍາເນີນທຸລະກິດເກັບຊື້​ ​ແລະ ສົ່ງອອກມັນຕົ້ນ ໃນນັ້ນມີໂຮງງານຜະລິດແປ້ງມັນຕົ້ນໜຶ່ງແຫ່ງ ທີ່ຮັດການເກັບຊື້ແລະຜະລິດແປ້ງມັນຕົ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!