ພົບໄຫຈຳນວນຫຼາຍທີ່ພະທາດນາງລາວ ແຂວງ ສະຫວັນນະເຂດ ຊາວບ້ານຄາດເປັນໄຫເກົ່າແກ່

ເມື່ອວັນທີ 9 ເມສາ 2017 ໄດ້ມີການເຜີຍພາບຊາວບ້ານແຫ່ໄປຊົມໄຫຈຳນວນ 25 ໜ່ວຍທີ່ຖືກຄົ້ນພົບໃນບໍລິເວນ ບ້ານ ຫາກ ໜ້າຜາແຄມບ້ານທາດນາລາວ ເມືອງວິລະບູລີ ແຂວງສະຫວັນນະເຂດ ໂດຍຜູ້ທີ່ເຜີຍແຜ່ນັ້ນເປັນເຈົ້າຂອງເຟສບຸກທີ່ມີຊື່ວ່າ Taiy Xayyavong

ໄຫທີ່ຄົ້ນພົບໃນຄັ້ງນີ້ມີຂະໜາດນ້ອຍໃຫຍ່ສະລັບກັນໄປ ບາງໜ່ວຍກໍ່ຍັງມີສະພາບສົມບູນດີ ບາງໜ່ວຍກໍ່ແຕກຫັກ ແລະ ພິເສດມີໄຫໃຫຍ່ໜຶ່ງໜ່ວຍທີ່ມີລວດລາຍແປກຕາ ເບິ່ງຄ້າຍລາຍງູ ຫຼື ລາຍພະຍານາກ ຊາວບ້ານໃນຂົງເຂດນັ້ນສັນນິຖານວ່າໄຫທີ່ໄດ້ພົບຄັ້ງນີ້ອາດມີອາຍຸເກົ່າແກ່ກວ່າຮ້ອຍປີ  ແລະ ຕອນນີ້ໄຫທັງໝົດກໍ່ໄດ້ນຳໄປເກັບຮັກສາໄວ້ໃນສະຖານທີ່ປອດໄພ ມີຜູ້ຄົນຈຳນວນຫຼາຍຮ່ວມກາບໄຫວ້ບູຊາຕາມຄວາມສັດທາ ຄາດເປັນຂອງສັກສິດຄູ່ບ້ານຄູ່ເມືອງ.

ໄຫທີ່ພົບເຫຼົ່ານີ້ຈະມີຄວາມເຊື່ອມໂຍງທາງປະຫວັດສາດການກຳເນີດຂອງພະທາດນາງລາວນັ້ນ ຫຼື ບໍ່ ແມ່ນຕ້ອງລໍຖ້າການກວດສອບຈາກນັກບູຮານຄະດີ ກ່ອນ ແລະ ຫວັງວ່າຈະໄດ້ຮັບຄຳຕອບໄວໆນີ້