ພົບໄຂ້ເລືອດອອກລະບາດຢູ່ຄຳມ່ວນ ຕິດເຊື້ອແລ້ວຫຼາຍກວ່າ 400 ຄົນ

ດັ່ງທີ່ຮູ້ກັນດີວ່າ ຫຼາຍພະຍາດມັກມາພ້ອມກັບຊ່ວງລະດູຝົນ ໂດຍສະເພາະພະຍາດໄຂ້ເລືອດອອກຊຶ່ງມີຍຸງລາຍເປັນພາຫະນະ ທັງນີ້ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກແລ້ວຫຼາຍພັນຄົນ ຂະນະທີ່ແຂວງຄຳມ່ວນພົບຜູ້ຕິດເຊື້ອແລ້ວຫຼາຍກວ່າ 400 ຄົນພາຍໃນເດືອນມັງກອນຫາເດືອນມິຖຸນາ ໃນນັ້ນ ມີຜູ້ເສຍຊີວິດແລ້ວ 2 ລາຍ.

ທ່ານ ດຣ ມີໄຊພອນ ສຸວັນນະລາດ ຮອງຜູ້ອຳນວຍການໂຮງໝໍແຂວງຄຳມ່ວນໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ ນັບແຕ່ເດືອນມັງກອນຫາເດືອນມິຖຸນາ 2019 ທົ່ວແຂວງຄຳມ່ວນພົບຜູ້ຕິດເຊື້ອໄຂ້ເລືອດອອກທີ່ເຂົ້າມາຮັບການປ່ິນປົວພາຍໃນໂຮງໝໍ ແລະ ສຸກສາລາທົ່ວແຂວງຈຳນວນ 458 ຄົນ ເຂດທີ່ມີຄົນຕິດເຊື້ອຫຼາຍກວ່າໝູ່ແມ່ນເມືອງທ່າແຂກ 173 ຄົນ ຍົມມະລາດ 126 ຄົນ ມະຫາໄຊ 41 ຄົນ ສ່ວນເມືອງໄຊບົວທອງພົບມີ 1 ຄົນ.

ຂະນະທີ່ໂຮງໝໍແຂວງຄຳມ່ວນກໍໄດ້ເຝົ້າລະວັງກ່ຽວກັບກໍລະນີດັ່ງກ່າວບໍ່ສະເພາະແຕ່ລະດູຝົນເທົ່ານັ້ນ ເນື່ອງຈາກວ່າພະຍາດດັ່ງກ່າວສາມາດເກີດໄດ້ໃນທຸກລະດູໂດຍສະເພາະລະດູຝົນແມ່ນພົບຫຼາຍກໍລະນີ ພ້ອມນີ້ ກໍໄດ້ກຽມພ້ອມດ້ານບຸກຄະລາກອນເພື່ອຮັບມືກໍລະນີສຸກເສີນໃຫ້ທັນເວລາ ແລະ ສະພາບການຕ່າງໆທີ່ອາດເກີດຂຶ້ນໂດຍບໍ່ຄາດຝັນ ຂະນະທີ່ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າ 5.000 ກໍລະນີ ໃນນັ້ນ ເສຍຊີວິດແລ້ວ 16 ລາຍ.

 

 

ຂໍ້ມູນ-ພາບຈາກແຂວງຄຳມ່ວນ