ພົບເບາະແສ “ຄິມຈອງນຳ” ມອບຂໍ້ມູນໃຫ້ສະຫະລັດກ່ອນເສຍຊີວິດ

ການສືບສວນສອບສວນຄະດີລອບສັງຫານທ່ານ ຄິມ ຈອງ ນຳ ອ້າຍຂອງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ຫຼ້າສຸດຕຳຫຼວດຝ່າຍສືບສວນມາເລເຊຍ ໄດ້ໃຫ້ການຕໍ່ສານເມື່ອວານນີ້ວ່າ ທ່ານ ຄິມ ຈອງ ນຳ ໄດ້ພົບກັບຊາຍຊາວອາເມລິກັນກ່ອນໜ້າຖືກລອບສັງຫານທີ່ສະໜາມບິນນານາຊາດກົວລາລຳເປີພຽງບໍ່ເທົ່າໃດມື້

ສື່ຂອງຍີ່ປຸ່ນລາຍງານເພີ່ມເຕີມວ່າ ມີຄວາມເປັນໄປໄດ້ວ່າທີ່ທ່ານ ຄິມ ຈອງ ນຳ ຈະສົ່ງມອບຂໍ້ມູນຈຳນວນຫຼາຍໃຫ້ແກ່ເຈົ້າໜ້າທີ່ຊາວອາເມລິກາ ໂດຍອ້າງອີງຂໍ້ມູນການກວດສອບແລັບທັອບທີ່ພົບໃນກະເປົາພາຍຫຼັງຂອງທ່ານ ຄິມ ຈອງ ນຳ ຫຼັງຈາກທີ່ເສຍຊີວິດ ໂດຍພົບວ່າໃນແລັບທັອບເຄື່ອງດັ່ງກ່າວຖືກປິດໃຊ້ງານຄັ້ງຫຼ້າສຸດເມື່ອວັນທີ 9 ກຸມພາ 2017 ເຊິ່ງເປັນວັນດຽວກັບທີ່ເຂົາໄປພົບກັບຊາຍຊາວອາເມລິກັນ ແລະ ກໍ່ມີຂໍ້ມູນບາງສ່ວນຖືກສົ່ງໄປທີ່ຢູເອສບີ ແຟລຊໄດຣ໌ ທີ່ເຊື່ອຕໍ່ກັບເຄື່ອງໃນວັນດຽວກັນ

1 COMMENT

Comments are closed.