ພົບຢາດອງສົບໃນອາຫານສົດ 279 ກິໂລທີ່ຈຳປາສັກ

12006182_1625914000991860_1809745565338073482_n

ແຂວງຈຳປາສັກໄດ້ທຳລາຍຊິ້ນສ່ວນສັດນຳເຂົ້າ ຈາກຕ່າງປະເທດປົນສານກັນບູດ ທີ່ຂະແໜງການ ພາກລັດ ຢຶດໄດ້ຈາກແມ່ຄ້າ ນຳມາວາງຈຳໜ່າຍໃນທ້ອງຕະຫຼາດ, ຂະນະທີ່ຂະແໜງອາຫານ ແລະ ຢາ(ອຢ) ເຕືອນປະຊາຊົນໃຫ້ມີສະຕິໃນການບໍລິໂພກ ເພາະມັນຈະສົ່ງຜົນຮ້າຍຕໍ່ສຸຂະພາບ ອາດກໍ່ໃຫ້ເກີດພະຍາດມະເຮັງ. ເຊິ່ງພິທີທຳລາຍມີຂຶ້ນໃນວັນທີ 2 ກັນຍາ 2015 ນີ້ທີ່ປ່າຊ້າຫຼັກ 9 ເມືອງບາຈຽງຈະເລີນສຸກ, ໂດຍມີໜ່ວຍງານທີ່ກ່ຽວຂ້ອງຈາກເຈົ້າໜ້າທີ່ ຕຳຫຼວດສິ່ງແວດລ້ອມ, ຂະແໜງອາຫານ ແລະ ຢາ ແຂວງຈຳປາສັກ ແລະ ສັດຕະວະເພດເມືອງປາກເຊເຂົ້າຮ່ວມ.
ທ່ານ ພັນຕີ ພູຂົງ ວົງເຮືອງສີ ຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ແຂວງຈຳປາສັກໃຫ້ສຳພາດວ່າ: ເຈົ້າໜ້າທ່ີຕຳຫຼວດ ໄດ້ສົມທົບກັບຂະແໜງອາຫານ ແລະ ຢາແຂວງ ແລະ ຫ້ອງການສັດຕະວະແພດເມືອງປາກເຊ ລົງກວດກາການຊື້-ຂາຍ ຜະລິດຕະພັນສັດທີ່ຕະຫຼາດໃໝ່ ເມືອງປາກເຊ(ຕະຫຼາດດາວເຮືອງ) ຈິ່ງກວດພົບປະເພດຊິ້ນສ່ວນສັດ ມີສານເຄມີ ທີ່ເອີ້ນວ່າສານກັນບູດກັນເນົ່າ(ສານຟອກໂມນ) ປົນຢູ່ໃນປາແຫ້ງ, ກຸ້ງ, ເຫັດຫອມ, ເຄື່ອງໃນໄກ່, ຕີນໄກ່ ແລະ ປະເພດເຄື່ອງໄນງົວ, ຄວາຍ ແລະ ໝູ ທີ່ນຳເຂົ້າມາຈາກປະເທດໄທ, ຈີນ ແລະ ຫວຽດນາມ ເຊິ່ງຜິດຕໍ່ລະບຽບກົດໝາຍ ຈຳນວນ 11 ຮ້ານ ລວມນ້ຳໜັກ 269 ກິໂລ ມູນຄ່າ 7 ລ້ານກວ່າກີບ. ຈາກນັ້ນທາງເຈົ້າໜ້າທີ່ກໍ່ໄດ້ກັກຢຶດ ເພື່ອນຳໄປທຳລາຍຖິ້ມ ພ້ອມທັງສ້າງບົດບັນທຶກ ສຶກສາອົບຮົມກ່າວເຕືອນ ຖ້າກະທຳຄວາມຜິດອີກແມ່ນ ຈະດຳເນີນຕາມລະບຽບກົດໝາຍ.
ຕໍ່ກັບບັນຫາດັ່ງກ່າວທາງຂະແໜງອາຫານ ແລະ ຢາ ກໍ່ຍັງໄດ້ອອກມາກ່າວເຕືອນປະຊາຊົນ ໃຫ້ມີສະຕິໃນການບໍລິໂພກ ປະເພດສິນຄ້າດັ່ງກ່າວ ເພາະສານເຄມີທີ່ປົນເປື້ອນ ມັນສົ່ງຜົນຮ້າຍຕໍ່ສຸຂະພາບ ສາມາດກໍ່ໃຫ້ເກີດພະຍາດມະເຮັງໄດ້, ພ້ອມນັ້ນທາງເຈົ້າໜ້າທີ່ຕຳຫຼວດ ກໍ່ຍັງໄດ້ມີແຜນສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ມີການນຳເຂົ້າສິນຄ້າ ຜິດລະບຽບ ດ້ວຍການອອກແຈ້ງການກ່ຽວກັບ ລະບຽບການນຳເຂົ້າສິນຄ້າໄປເຖິງຂະແໜງການ ທີ່ກ່ຽວຂ້ອງ ແລະ ພາກສ່ວນຜູ້ປະກອບການ, ພ້ອມທັງຕັ້ງດ່ານກວດກາ ແລະ ສົ່ງພະນັກງານລົງໄປເກັບກຳສະພາບການ ຊື້-ຂາຍ ສິນຄ້າໃນທ້ອງຕະຫຼາດເປັນແຕ່ລະໄລຍະ.

ຂ່າວ-ພາບ: ຄຳຫຼ້າ ສຳນັກຂ່າວ ຈຳປາໃໝ່ ແຂວງຈຳປາສັກ