ພົບປະ ແລະ ປຶກສາແລກປ່ຽນຄຳຄິດເຫັນຄວາມອາດສາມາດໃນການລົງທຶນຢູ່ ລາວ

0
1705

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຕ້ອນຮັບກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ການນຳພາຄະນະຄົນເຊື້ອຊາດລາວທີ່ເດີນທາງມາຈາກ ສ.ອາເມລິກາ ມາພົບປະ ແລະ ປຶກສາແລກປ່ຽນຄຳຄິດເຫັນຄວາມອາດສາມາດໃນການລົງທຶນຢູ່ ສປປ ລາວ.

ໃນວັນທີ 20 ມັງກອນ 2022 ຜ່ານມາ ເວລາ 14:30-16:00 ໂມງ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສຄອຊ ໄດ້ຕ້ອນຮັບກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ການນຳພາຄະນະຄົນເຊື້ອຊາດລາວທີ່ເດີນທາງມາຈາກ ສ.ອາເມລິກາ ມາພົບປະ ແລະ ປຶກສາແລກປ່ຽນຄຳຄິດເຫັນຄວາມອາດສາມາດໃນການລົງທຶນຢູ່ ສປປ ລາວ.

ເຊິ່ງນຳໂດຍ : ທ່ານນາງ ສຸພາ ໄຊປຣາສິດ-ເມ, ຄົນເຊື້ອຊາດລາວ, ສັນຊາດ ອາເມລິກາ, ເປັນຜູ້ບໍລິຫານລະດັບສູງຂອງ ຮ້ານຊັບພະສີນຄ້າ Walmart ຂອງ ອາເມລິກາ, ທັງເປັນຜູ້ລົງສະໝັກຕໍາແໜ່ງເຈົ້າຄອງ ລັດ ອາແຄນຊໍ ໃນປີ 2022 ນີ້, ແລະ ທ່ານ ວຽງໄຊ ວິໄລກຸນ, ຄົນເຊື້ອຊາດລາວ, ສັນຊາດ ອາເມລິກາ ປະທານ ບໍລິສັດ Wilaikul International Gold Mine, Co.LTD.

ແຫຼ່ງຂ່າວ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ