ພົບການຫັນປ່ຽນທີ່ດິນລັດຢູ່ເມືອງ ບໍລິຄັນ ບໍ່ຖືກຕ້ອງ 600 ກວ່າເຮັກຕາ

0
1945

ອົງການກວດກາລັດ ແຂວງບໍລິຄໍາໄຊ ໄດ້ຕິດຕາມກວດກາວຽກງານຂອງອົງການປົກຄອງແຕ່ລະຂັ້ນ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆພາຍໃນແຂວງ ສາມາດກວດພົບ ສິ່ງທີ່ພົ້ນເດັ່ນສາມາດກວດກາການຊື້-ຂາຍ ແລະ ແລກປ່ຽນທີ່ດິນໃຫ້ເອກະຊົນບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ ເມືອງ ບໍລິຄັນ ໃນ 3 ບ້ານ ຄື: ບ້ານ ນໍ້າປາ, ຫ້ວຍຄູນ ແລະ ໂພນທອງ. ປັດຈຸບັນ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ອອກຂໍ້ຕົກລົງລົບລ້າງໃບແຈ້ງທີ່ດິນ ເພື່ອໃຫ້ລັດຄຸ້ມຄອງຕໍ່ໄປ ລວມທັງການເກັບກູ້ເງິນຊື້-ຂາຍທີ່ດິນບໍ່ຖືກຕ້ອງຄືນໃຫ້ລັດ.

ສິ່ງທີ່ພົ້ນເດັ່ນສາມາດກວດກາການຊື້-ຂາຍ ແລະ ແລກປ່ຽນທີ່ດິນໃຫ້ເອກະຊົນບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ ເມືອງ ບໍລິຄັນ ໃນ 3 ບ້ານ ຄື: ບ້ານ ນໍ້າປາ, ຫ້ວຍຄູນ ແລະ ໂພນທອງ ຈໍານວນ 62 ຕອນ, ມີເນື້ອທີ່ 682,8 ເຮັກຕາ ໃນມູນຄ່າ 1.14 ຕື້ກີບ ແລະ ເງິນບາດ 6,05 ແສນບາດ. ປັດຈຸບັນ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ອອກຂໍ້ຕົກລົງລົບລ້າງໃບແຈ້ງທີ່ດິນ ແລະ ໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ບໍລິຄັນ ຂຶ້ນສໍາມະໂນທີ່ດິນເພື່ອໃຫ້ລັດຄຸ້ມຄອງຕໍ່ໄປ ລວມທັງການເກັບກູ້ເງິນຊື້-ຂາຍທີ່ດິນບໍ່ຖືກຕ້ອງຄືນໃຫ້ລັດ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ