ພູເຂົາໄຟເອດນາ ໃນອີຕາລີປະທຸ ເມືອງຄາຕາເນຍຕ້ອງຍົກເລີກຖ້ຽວບິນ

0
850

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ 2023 ທີ່ຜ່ານມາ, ເກີດເຫດພູເຂົາໄຟເອດນາ (Etna) ເກີດປະທຸ ແລະພົ່ນຂີ້ເຖົາ-ຂີ້ຖ່ານ ໄກກວ່າ 10 ກິໂລແມັດ, ປົກຄຸມເມືອງຄາຕາເນຍ ທາງຕາເວັນອອກຂອງແຄວ້ນ ແລະ ເຮັດໃຫ້ສະໜາມບິນຕ້ອງປະກາດຍົກເລິກຖ້ຽວບິນ.

ສະຖາບັນທໍລະຍີຟີຊິກ ແລະ ພູເຂົາໄຟວິທະຍາແຫ່ງຊາດຂອງອີຕາລີ (INGV) ເຊິ່ງຕິດຕາມການເຄື່ອນໄຫວຂອງພູເຂົາໄຟເອດນາ ຢ່າງໃກ້ຊິດ  ລະບຸວ່າ: ຂີ້ຖ່ານຈາກພູເຂົາໄຟທີ່ຕົກລົງມາໃນເມືອງຄາຕາເນຍພ້ອມກັບຝົນ ແລະ ອີກເມືອງໜຶ່ງບໍລິເວນໃນແຖວພູເຂົາໄຟເອດນາແຕ່ຍັງບໍ່ມີລາຍງານຜູ້ບາດເຈັບ.

ດ້ານສະນາມບິນໃນເມືອງຄາຕາເນຍ ປະກາດວ່າ: ພວກເຂົາຕ້ອງຢຸດປະຕິບັດການບິນຊົ່ວຄາວເນື່ອງຈາກຂີ້ຖ່ານທີ່ຕົກລົງມາເປັນຈຳນວນຫຼາຍ.

ທີ່ມາ: abcnews