ພູເຂົາໄຟຊາກຸລະຈິມະໄດ້ປະທຸ ຍີ່ປຸ່ນເຕືອນໄພຂັ້ນສູງສຸດ

0
948

ພູເຂົາໄຟຊາກຸລະຈິມະ ທີ່ເກາະຄິວຊູ ປະເທດຍີ່ປຸ່ນ ປະທຸຢ່າງຮຸນແຮງໃນຄືນວັນອາທິດທີ່ຜ່ານມາ ເຮັດໃຫ້ຍີ່ປຸ່ນຕ້ອງແຈ້ງເຕືອນປະຊາຊົນໃຫ້ຄຽງ ໃຫ້ອົບພະຍົບອອກ ແລະ ຍົກລະດັບການເຕືອນໄພຂັ້ນສູງສຸດ.

ອ້າງອີງຈາກ ຊີເອັນເອັນ ລາຍງານວ່າ: ໃນວັນທີ 24 ກໍລະກົດ 2022 ພູເຂົາໄຟຊາກຸລະຈິມະ ໃນແຂວງຄາໂກຊິມະ ຂອງຍີ່ປຸ່ນ ປະທຸຂຶ້ນມາຢ່າງຮຸນແຮງ ໃນກາງຄືນວັນອາທິດ ເປັນຕົ້ນເຫດຂອງການປະກາດເຕືອນໄພ ແລະ ອົບພະຍົບອອກຈາກເຂດໃກ້ຄຽງທັນທີ ໃນເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ.

ສຳນັກງານອຸຕຸນະຍົມວິທະຍາຂອງຍີ່ປຸ່ນ  (JMA) ລະບຸວ່າ ພູເຂົາໄຟຊາກຸລະຈິມະ ເລີ່ມປະທຸໃນເວລາປະມານ 20:05 ໂມງ ຕາມເວລາທ້ອງຖິ່ນ ( ປະມານ 18:05 ຕາມເວລາໃນລາວ) ໄດ້ຜົ່ນມັກມາ ພ້ອມຂີ້ເຖົົ່າ ສູງເຖິງ 2.5 ກມ (JMA) ຍັງໄດ້ຍົກລະດັບການເຕືອນໄພຈາກລະດັບ 3 ສູ່ລະດັບ 5 ພ້ອມຮຽກຮ້ອງໃຫ້ປະຊາຊົນໃນເຂດໃກ້ພູເຂົາໄຟອົບພະຍົບອອກ ແລະ ພ້ອມເຕືອນໄພໃຫ້ປະຊາຊົນໃນແຂວງຄາໂກຊິມະ ຕ້ອງລະມັດລະວັງ.

ທັ້ງນີ້ ຕາມຂໍ້ມູນຈາກອົງການບໍລິຫານການບິນ ແລະ ອາວາກາດຂອງອາເມຣິກາ (ນາຊາ) ພູເຂົາໄຟຊາກຸລະຈິມະເປັນໜຶ່ງໃນພູເຂົາໄຟທີ່ມີການເຄື່ອນໄຫວຫຼາຍທີ່ສຸດຂອງຍີ່ປຸ່ນ ໄດ້ເກີດການປະທຸຂຶ້ນຫຼາຍເທື່ອໃນຊ່ວງທົດສະວັດທີ່ຜ່ານມາ ໂດຍລ່າສຸດແມ່ນເກີດຂຶ້ນເດືອນ ມັງກອນປີນີ້.