“ພູຄຳ ທິບພົມວົງ” ຕົວແທນສາວລາວເຂົ້າປະກວດ miss global 2019 ທີ່ປະເທດຟິລິບປິນ

ນາງ ພູຄຳ ທິບພົມວົງ (ຫມີພູ) ໜຶ່ງໃນຜູ້ປະກວດນາງສາວທູດວັດທະນະທຳ 2018 (Miss tourism queen laos 2018) ແລະ ໄດ້ຮັບຕຳແໜ່ງ Miss Tourism Universe Laos 2018 ເປັນຕົວແທນສາວລາວຄົນທີສອງເຂົ້າຮ່ວມການປະກວດ Miss global 2018 ຄັ້ງທີ 6 ເຊິ່ງຈັດຂຶ້ນທີ່ນະຄອນຫຼວງມະນິລາ, ປະເທດຟິລິບ, ເຊີ່ງຮອບຕັດສິນແມ່ນກົງກັບວັນທີ 11 ກຸມພາ 2019 ແລະ ຄາດວ່າປີນີ້ຈະມີ 60 ປະເທດທີ່ສົ່ງຕົວແທນສາວງາມເຂົ້າຮ່ວມ.

ນາງ ພູຄຳ ທິບພົມວົງ (ຫມີພູ) Miss Tourism Universe Laos 2018 ເປັນສາວງາມຈາກແຂວງ ຫົວພັນ, ອາຍຸ 23 ປີ ສູງ, 167 cm, ສັດສ່ວນ 31 25 34 cm, ຜົນງານທີ່ຜ່ານມາ ໄດ້ຮັບຕຳແໜ່ງຮອງອັນດັບ 4 ໃນເວທີການປະກວດນາງສັງຂານຊຳເໜືອ 2012, ເຂົ້າຮອບ 20 ຄົນສຸດທ້າຍໃນການປະກວດນາງສາວລາວ 2016 ແລະ ເຄີຍເປັນນາງສາວປະຕິທິນເບຍລາວ 2015 ພ້ອມມີຜົນງານດ້ານການຖ່າຍແບບຫຼາກຫຼາຍຜົນງານ, ອາຊີບປັດຈຸບັນແມ່ນພະນັກງານຂອງສາຍການບິນລາວ.

ການສົ່ງຕົວແທນສາວງາມໄປປະກວດເວທີ Miss global 2018 ທີ່ປະເທດຟິລິບປິນ ໃນຄັ້ງນີ້ຖືເປັນຄັ້ງທີ 2 ເນື່ອງຈາກວ່າ ຄັ້ງທຳອິດແມ່ນໄດ້ສົ່ງ ນາງສາວ “ວາລິສະລາ ຕັ້ງສຸວັນ (ເມ)” Miss Global Laos 2017 ໄປຮ່ວມການປະກວດ Miss global 2018 ຄັ້ງທີ 5 ທີ່ປະເທດກຳປູເຈຍເປັນເຈົ້າພາບຈັດການປະກວດ ແຕ່ບໍ່ໄດ້ຮັບລາງວັນ.

Miss Global ເປັນເວທີການປະກວດຄວາມງາມລະດັບໂລກປະຈຳປີ ນາງສາວຜູ້ເຂົ້າປະກວດຕ້ອງມີອາຍຸ 18-35 ປີ, ຄັ້ງທຳອິດແມ່ນຈັດຂຶ້ນໃນວັນທີ 3 ສິງຫາ 2013 ທີ່ລັດແຄລິຟໍເນຍ ປະເທດສະຫະລັດອາເມລິກາ, ມີ 36 ປະເທດສົ່ງຕົວແທນສາວງາມເຂົ້າຮ່ວມປະກວດ ຕໍ່ຈາກນັ້ນມາກໍ່ມີການພັດປ່ຽນປະເທດອື່ນເປັນເຈົ້າພາບໃນການຈັດການປະກວດ, ສະຫະລັດຮັບເປັນເຈົ້າພາບຈັດການະກວດ Miss Global 2013-2014, ຟິລິບປິບເປັນເຈົ້າພາບຈັດການປະກວດ Miss Global 2015-2016-2018, ກຳປູເຈຍເປັນເຈົ້າພາບຈັດການປະກວດ Miss Global 2017.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: Vientiane Times, Miss Global