ພືດຜັກທີ່ກິນເປັນປະຈຳແລ້ວຊ່ວຍໃຫ້ທ່ານນານເຖົ້າ

ງານວິໄຈຫຼ້າສຸດຈາກຄະນະແພດສາດ ມະຫາວິທະຍາໄລ ວໍຊິງຕັນ ພົບວ່າສານບາງຢ່າງທີ່ມີຢູ່ໃນ ບຣັອກໂຄລີ ມີສານ nicotinamide mononucleotide (NMN) ເຊິ່ງເປັນເອັນໄຊຈາກທຳມະຊາດ ສາມາດຢັບຢັ້ງຄວາມແກ່ຊະລາໄດ້

ທີມນັກວິໄຈສວນໜຶ່ງທີ່ຢູ່ມະຫາວິທະຍາໄລ ເຄໂອ ໃນນະຄອນຫຼວງໂຕກຽວ ກຳລັງເລີ່ມເຮັດການທົດລອງອາຫານເສີມ NMN ກັບມະນຸດໃນຮູບແບບຂອງເມັດຢາ NMN ນອກຈາກພົບສານນີ້ຫຼາຍໃນ ບຣັອກໂຄລີແລ້ວ ຍັງພົບໃນກະຫຼ່ຳ, ໝາກຖົ່ວແຮ ແລະ ໝາກແຕງອີກດ້ວຍ