ພິທີການເປີດນຳໃຊ້ທາງດ່ວນນະ ຄອນຫຼວງວຽງຈັນ ຫາ ວັງວຽງ ເປັນທາງການ ໃນວັນທີ 20 ທັນວານີ້

ຫ້ອງການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ໃນວັນທີ 11 ທັນວາ 2020 ກ່ຽວກັບທິດຊີ້ນຳໃນພິທີເປີດການນຳໃຊ້ທາງດ່ວນຊ່ວງນະຄອນຫຼວງວຽງຈັນ ຫາ ວຽງຈັນ ເຊິ່ງມີລາຍລະອຽດດັ່ງນີ້:

  1. ເຫັນດີອະນຸມັດໃຫ້ຈັດພິທີເປີດການນຳໃຊ້ທາງດ່ວນຊ່ວງນະຄອນຫຼວງວຽງຈັນ ຫາ ວັງວຽງ ຢ່າງເປັນທາງການ ໃນວັນທີ 20 ທັນວາ 2020 ໂດຍບໍ່ເສຍຄ່າທຳນຽມຜ່ານທາງເປັນເວລາ 3 ວັນ ໃນລະຫວ່າງວັນທີ 21-23 ທັນວາ 2020 ເພື່ອເປັນການຊົມເຊີຍວັນຊາດທີ 2 ທັນວາ ຄົນຮອບ 45 ປີ ຕາມການສະເໜີ ຂອງກະຊວງແຜນການ ແລະ ການລົງທຶນ.
  2. ມອບໃຫ້ກະຊວງແຜນການ ແລະ ການລົງທຶນເປັນໃຈກາງປະສານສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການເປີດການນຳໃຊ້ທາງດ່ວນດັ່ງກ່າວ.

ອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນ ຈໍາກັດ ເຊິ່ງເປັນບໍລິສັດທີ່ລົງທຶນກ່ຽວກັບການກໍ່ສ້າງທາງດ່ວນດັ່ງກ່າວວ່າ: ສໍາລັບການຂຶ້ນໃຊ້ບໍລິການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຫຼື ແຕ່ເມືອງວັງວຽງ ຫາ ນະຄອນຫຼວງວຽງຈັນ ຫຼື ໄປ-ກັບ ຄ່າບໍລິການຈະປະມານ 130.000 ກີບ ຫຼື ມີແຕ່ຂາໄປ ຫຼື ຂາກັບ ແມ່ນ 65.000 ກີບ ໂດຍຈະມີ 8 ດ່ານເກັບເງິນ ( 8.000 ກີບ/ດ່ານ) ໝາຍຄວາມວ່າຖ້າຜ່ານແຕ່ 2-3 ດ່ານກໍ່ຈະເສຍເງິນຕາມແຕ່ລະຈຸດ.

ຮຽບຮຽງຂ່າວ: ພຸດສະດີ