ພາບທີ່ສະທ້ອນໃຫ້ເຫັນວ່າ “ການສຶກສາເປັນເລື່ອງທີ່ສຳຄັນ”

ພາບທີ່ທ່ານໄດ້ເຫັນຄືຄວາມພະຍາຍາມຂອງຜູ້ປົກຄອງທີ່ຈະພາເດັກນັກຮຽນຂ້າມຈາກຟາກໜຶ່ງໄປອີກຟາກໜຶ່ງເພື່ອຈະໄປໂຮງຮຽນຊຶ່ງມີກະແສນ້ຳທີ່ໄຫຼແຮງຂວາງກັ້ນ.

ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ປະເທດຫວຽດນາມໃນຊ່ວງລະດູຝົນທີ່ມີກະແສນ້ຳໄຫຼແຮງ ຈົນບໍ່ສາມາດນຳໃຊ້ສະພານໄດ້ ດັ່ງນັ້ນ ຜູ້ປົກຄອງຈຳເປັນຕ້ອງນຳເອົາເດັກນ້ອຍໃສ່ໃນຖົງພລາສຕິກແລ້ວພາຂ້າມຟາກດ້ວຍໄລຍະກວ່າ 15 ກີໂລແມັດ.

ພາຍຫຼັງທີ່ພາບດັ່ງກ່າວຖືກແຊຣອອກໄປຈົນກາຍເປັນກະແສກໍກາຍເປັນທີ່ກ່າວເຖິງຢ່າງກວ້າງຂວາງ ໂດຍຜູ້ທີ່ໄດ້ເຫັນພາບນີ້ມີສ່ວນໜຶ່ງຮູ້ສຶກຊື່ນຊົມຜູ້ປົກຄອງທີ່ເຫັນເຖິງຄວາມສຳຄັນຂອງການສຶກສາ ຂະນະທີ່ອີກສ່ວນໜຶ່ງທີ່ເຫັນກໍຮູ້ສຶກຕົກໃຈ ແລະ ວິຕົກກັງວົນເລື່ອງຄວາມປອໄພຂອງເດັກທີ່ເຂົ້າໄປຢູ່ໃນຖົງພລາສຕິກ ເນື່ອງຈາກອາດຂາດອາກາດຫາຍໃຈທີ່ອາດເປັນອັນຕະລາຍເຖິງຂັ້ນເສຍຊີວິດກໍເປັນໄດ້.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook