ພາດສັກນໍ້າເກືອ ແທນວັກຊີນໂຄວິດ ໃຫ້ບຸກຄະລາກອນທາງການແພດ ແລະ ຜູ້ສູງອາຍຸ

0
1758

ໂຮງໝໍໃນ ແຂວງ ນາຣາ ປະເທດຢີ່ປຸ່ນ ຍອມຮັບຜິດຊອບຄວາມຜິດພາດ ຫຼັງຈາກພາດສັກນໍ້າເກືອ ໃຫ້ຜູ້ທີ່ມາສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 54 ຄົນ, ເຊິ່ງໃນນັ້ນມີທັງບຸກຄະລາກອນທາງການແພດ ແລະ ຜູ້ສູງອາຍ.

ຄະນະແພດ ປະຈຳໂຮງໝໍເມືອງ ອິໂກມະ ແຂວງ ນາຣາ ອອກມາຂໍໂທດຕໍ່ທຸກພາກສ່ວນ ຫຼັງພົບພາຍຫຼັງວ່າ: ການສັກວັກຊີນໃນຊ່ວງ 14:00-16:00 ເມື່ອວັນທີ 28 ເມສາ ທີ່ຜ່ານມາ ເກີດຄວາມຜິດພາດ ໂດຍຂັ້ນຕອນປົກກະຕິ ໃນການສັກວັກຊີນຈະໃຊ້ນໍ້າເກືອປະສົມໃນວັກຊີນ ຂອງບໍລິສັດໄຟເຊີ້ (Pfizer) ແລະ ໃຊ້ເຂັມສັກຢາດູດແບ່ງໃຫ້ກັບຜູ້ມາຮັບວັກຊີນແຕ່ລະຄົນ.

ແຕ່ໃນລະຫວ່າງຂະບວນການຕຽມວັກຊີນ ພະຍາບານຜູ້ໜຶ່ງພົບວ່າ ມີວັກຊີນ ໂດສໜຶ່ງ ທີ່ຍັງບໍ່ໄດ້ນຳໄປປະສົມນໍ້າເກືອ ຈຶ່ງກວດສອບ ແລະ ໄດ້ຮູ້ວ່າ ໃນເຂັມສັກຢາຈຳນວນໜຶ່ງເປັນນໍ້າເກືອບໍລິສຸດ ບໍ່ມີວັກຊີນປະສົມຢູ່ເລີຍ.

ທາງໂຮງໝໍຍອມຮັບວ່າ ເຖິງແມ່ນວ່າ ນໍ້າເກືອຈະບໍ່ມີຜົນອັນຕະລາຍຫຍັງຕໍ່ສຸຂະພາບ ແຕ່ຈຳເປັນຕ້ອງກວດພູມຄຸ້ມກັນ ຂອງຜູ້ທີ່ໄດ້ມາສັກວັກຊີນ 54 ຄົນ ໃນຊ່ວງເວລານັ້ນ ຖ້າພົບວ່າ ບໍ່ມີຄວາມຄຸ້ມກັນ ຫຼື ພູມຄຸ້ມກັນຕໍ່າ ກໍຕ້ອງໄດ້ມາສັກວັກຊີນ ອີກເທື່ອໜຶ່ງ.