ພາຍຸ “ຮາໂຕະ” ຖະລົ່ມພາກໃຕ້ຂອງຈີນໄດ້ຮັບຜົນກະທົບເສຍຫາຍໜັກໃນວົງກວ້າງ

ພາຍຸ “ຮາໂຕະ” ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ຮ່ອງກົງ ແລະ ມາເກົ໊າ ກ່ອນເຄື່ອນຕົວເຂົ້າສູ່ມົນທົນກວາງຕຸ້ງ ທາງພາກໃຕ້ຂອງຈີນເປັນຈຸດໝາຍຕໍ່ໄປ ຂະນະນີ້ມີຜູ່ເສຍຊີວິດຈາກສາມແຫ່ງເພີ່ມເປັນຢ່າງໜ້ອຍ 10 ຄົນແລ້ວ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ກວາງໂຈ ປະເທດຈີນເມື່ອວັນທີ 24 ສິງຫາວ່າ ອິດທິພົບຮຸນແຮງພາຍຸໄຕ້ຝຸ່ນ ຮາໂຕະ ເຊິ່ງເຄື່ອນຕົວເຂົ້າສູ່ມົນທົນກວາງຕຸ້ງ ທາງພາກໃຕ້ຂອງຈີນ ເມື່ອວັນພຸດທີ່ຜ່ານມາ ສ້າງຄວາມເສຍຫາຍຢ່າງໜັກໃນວົງກວ້າງ ໂດຍມີລາຍງານຜູ່ເສຍຊີວິດຢ່າງໜ້ອຍແລ້ວ 4 ຄົນ ແລະ ລັດຖະບານໄດ້ອົບພະຍົບປະຊາຊົນເກືອບ 27,000 ຄົນ ອີກທັງປະຊາຊົນເກືອບ 2 ລ້ານຄອບຄົວທີ່ບໍ່ມີໄຟຟ້າໃຊ້ເປັນເວລາດົນຫຼາຍຊົ່ວໂມງ ເຖິງແມ່ນວ່າຕອນນີ້ພາຍຸໄດ້ເລີ່ມອ່ອນກຳລັງລົງ ແຕ່ກົມອຸຕຸນິຍົມວິທະຍາຍັງຄົງເຕືອນໄພ ແລະ ເຝົ້າລະວັງການເກີດດິນຖະລົ່ມ ແລະ ນ້ຳຖ້ວມກະທັນຫັນຢູ່