ພາຍຸໃຕ້ຝຸ່ນຊົງດາຣີພັດຜ່ານ! ຍີ່ປຸ່ນສັ່ງປະຊາຊົນອົບພະຍົບ ສາຍການບິນນັັບຮ້ອຍທ້ຽວຖືກຍົກເລີກ

ເມື່ອວັນທີ 28 ກລະກົດ 2018 ສຳນັກຂ່າວຣອຍເຕີ ແລະ ສື່ຕ່າງປະເທດລາຍງານ ຊາວຍີ່ປຸ່ນກຽມຕົວຮັບມືກັບພະຍຸໃຕ້ຝຸ່ນກຳລັງແຮງລູກໃໝ່ “ຊົງດາຣີ” ກຽມຂຶ້ນເຄື່ອນຕົວເຂົ້າຝັ່ງເກາະຮອນຊູ ໃນຊ່ວງຕອນເຊົ້າຂອງວັນທີ 29 ກໍລະກົດ 2018 ໂດຍຄາດວ່າ ອິດທິພົນຂອງພາຍຸໃຕ້ຝຸ່ນ ຊົງດາຣີ ຈະເຮັດໃຫ້ເກີດຝົນຕົກໜັກທົ່ວເກາະຮອນຊູ.

ໂດຍທາງການຍີ່ປຸ່ນໄດ້ຂໍໃຫ້ປະຊາຊົນກຽມພ້ອມສຳລັບການອົບພະຍົບ ຕາມຄຳແນະນຳຂອງເຈົ້າໜ້າທີ່ທ້ອງຖິ່ນ

ທາງດ້ານບີບີຊີແຈ້ງວ່າ ມີທ້ຽວບິນລາຍຮ້ອຍທ້ຽວໃນຍີ່ປຸ່ນຖືກຍົກເລີກຂະນະທີ່ພາຍຸໃຕ້ຝຸ່ນຊົງດາຣີ ກຳລັງເຄື່ອນຕົວພັດຜ່ານຍີ່ປຸ່ນ ດ້ວຍຄວາໄວເຖິງ 180ກມ/ຊມກ ຂະນະທີ່ສຳນັກງານອຸຕຸນິຍົມວິທະນາຍີ່ປຸ່ນ ແຈ້ງເຕືອນປະຊາຊົນໃນພື້ນທີ່ທີ່ພາຍຸກຳລັງແຮງລູກນີ້ເຄື່ອນຜ່ານ ກຽມພ້ອມສຳລັບການອົບພະຍົບ.