ພາກພື້ນອາຊີຕາເວັນອອກ ຮ່ວມກັນຄົ້ນຄວ້າພະລັງງານທົດແທນ

ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ແຜນ​ງານ​ຄົ້ນຄວ້າ​ຮ່ວມ​ກັນ​ຂອງ​ອີ-ເອ​ເຊຍ​ຈີ​ອາ​​ຣ​ພີ (ແຜນ​ງານ​ຮ່ວມ​ກັນ​ທາງ​ດ້ານ​ວິທະຍາສາດ ນະ​ວັດຕະ​ກຳ​ໃນ​ພາກ​ພື້ນ​ອາຊີ​ຕາເວັນ​ອອກ) ໃນ​ຫົວຂໍ້ ພະລັງງານ​ທົດ​ແທນ ຈັດ​ໂດຍ​ການ​ຮ່ວມ​ມື​ລະຫວ່າງ ກະຊວງ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ຂອງ ​ສປປ ລາວ ແລະ ອົງການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຍີ່​ປຸນ ໂດຍ​ການ​ສະໜັບສະໜູນ​ຂອງ​ສະ​ຖາ​ບັນ​ພະລັງງານ​ທົດ​ແທນ ແລະ ວັດ​ສະ​ດຸ​ໃໝ່ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ກໍລະກົດ – 1 ສິງຫາ 2013 ທີ່​ໂຮງແຮມ​ລ້ານ​ຊ້າງ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຫຸມພັນ ອິນ​ທະ​ຣາດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ໂດຍ​ມີ​ບັນດາ​ທ່ານ​ທີ່​ຕາງໜ້າ​ຈາກ​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ມະຫາວິທະຍາໄລ​ແຫ່ງ​ຊາດ ປະເທດ​ສະມາຊິກ​ຂອງ​ອີ​ເອ​ເຊຍ ກຳປູເຈຍ ຈີນ ມາ​ເລ​ເຊຍ ມຽນ​ມາ ໄທ ແລະ ຫວຽດນາມ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ການ​ສົ່ງເສີມ​ການ​ຄົ້ນຄວ້າ​ທີ່​ກ່ຽວ​ພັນ​ກັບ​ເຕັກ​ໂນ​ໂລ​ຊີ​ພະລັງງານ​ທົດ​ແທນ ແລະ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ ໃນ​ໝູ່​ບັນດາ​ປະເທດ​ສະມາຊິກ​ຂອງ​ແຜນ​ງານ​ຄົ້ນຄວ້າ​ຮ່ວມ​ກັນ ຈະ​ນຳໄປ​ສູ່​ການ​ພັດທະນາ​ຍືນ​ຍົງ​ໃນ​ອະນາຄົດ ທາງ​ດ້ານ​ພະລັງງານ​ໃນ​ຂອບ​ເຂດ​ບັນຫາ​ດັ່ງກ່າວ ຈຶ່ງ​ໄດ້​ເລືອກ​ຫົວຂໍ້ ພະລັງງານ​ທົດ​ແທນ​ໃຫ້​ແກ່​ການ​ຈັດ​ກອງ​ປະຊຸມ​ວິທະຍາສາດ​ສາກົນ​ໃນ​ຄັ້ງ​ນີ້ ຊຶ່ງ​ມີ​ຈຸດປະສົງ​ສຸມ​ໃສ່​ຄົ້ນຄວ້າ​ກ່ຽວ​ກັບ​ໂຟ​ໂຕ​ໂວນ​ຕາ​ອິກ (ພະລັງງານ​ທົດ​ແທນ) ແລະ ການ​ສ້າງ​ພະລັງງານ​ຈາກ​ຊີວະ​ມວນ ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ໃຫ້​ແກ່​ພາກ​ປະຕິບັດ ລວມ​ທັງ​ການ​ຄົ້ນຄວ້າ ເພື່ອ​ຫຼຸດຜ່ອນ​ມູນ​ຄ່າ​ຂອງ​ການ​ຜະລິດ ແລະ ການ​ເພີ່ມ​ປະສິດທິພາບ​ໃຫ້​ແກ່​ການ​ຜະລິດ​ພະລັງງານ ຕໍ່​ບັນຫາ​ດັ່ງກ່າວ ລັດຖະບານ​ມີ​ເປົ້າ​ໝາຍ​ເພີ່ມ​ອັດຕາ​ສ່ວນ​ທາງ​ດ້ານ​ພະລັງງານ​ທົດ​ແທນ​ຂຶ້ນ​ເຖິງ 30% ຂອງ​ການ​ຊົມໃຊ້​ພະລັງງານ​ທັງ​ໝົດ ຮອດ​ປີ 2025 ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ນ້ຳມັນ​ເຊື້ອ​ໄຟ​ຈາກ​ຕ່າງປະເທດ ໂດຍ​ວາງ​ຄາດໝາຍ​ສູ້​ຊົນ​ໃຫ້​ບັນລຸ 10% ຂອງ​ການ​ຊົມໃຊ້​ພະລັງງານ​ຈາກ​ນ້ຳມັນ​ເຊື້ອ​ໄຟ.

ການ​ເຂົ້າ​ຮ່ວມ​ຂອງ​ນັກວິທະຍາສາດ​ລາວ​ໃນ​ຄັ້ງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ປະຊາ​ຄົມ​ວິທະຍາສາດ​ຂອງ​ແຜນ​ງານ​ຄົ້ນຄວ້າ​ຮ່ວມ​ກັນ ອີ-ເອ​ເຊຍ ແລະ ປະຕິບັດ​ພັນທະ​ຂອງ ​ສປປ ລາວ ໃນ​ນາມ​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ເປັນ​ສະມາຊິກ​ຂອງ​ແຜນ​ງານ​ດັ່ງກ່າວ​ຢ່າງ​ສົມບູນ ລວມ​ທັງ​ການ​ຍາດ​ແຍ່ງ​ການ​ຮ່ວມ​ມື ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີ.

ທີ່ມາທີ່ມາhttp://www.vientianemai.net