ພະ​ຍາ​ກອນ​ອາ​ກາດ ປະ​ຈຳ​ວັນ​ທີ 06 ກັນ​ຍາ 2017

ຮ່ອງຄວາມກົດກົດດັນອາກາດຕ່ຳຍັງສືບຕໍ່ພາດຜ່ານຢູ່ພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງຂອງລາວ, ສົມທົບກັບກະແສລົມເວັນຕົກສ່ຽງໃຕ້ມີກຳລັງອ່ອນພັດປົກຄຸມ, ຊຶ່ງລັກສະນະເຊັ່ນນີ້, ຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼຶ້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກຕື່ມອີກ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ