ພະແນກສາທາຯ ແຂວງຊຽງຂວາງລະບຸ ການລະບາດຂອງເຊື້ອໄວຣັດຕັບ A ກັບສູ່ສະພາບປົກກະຕິແລ້ວ!

ພາບປະກອບ

ພະແນກສາທາລະນະສຸກແຂວງຊຽງຂວາງ ໃຫ້ຮູ້ວ່າ: ພາຍຫຼັງມີການລະບາດຂອງເຊື້ອໄວຣັສຕັບ A ນັບແຕ່ເດືອນ ທັນວາ 2015 ຜ່ານມາ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 514 ກໍລະນີ້, ບໍ່ມີຜູ້ເສຍຊີວິດ ແລະ ມາຮອດວັນທີ 30 ກໍລະກົດນີ້ເຫັນວ່າ ຈຳນວນຜູ້ຕິດເຊື້ອໄດ້ຫຼຸດລົງ ເຫຼືອພຽງ 12 ກໍລະນີ້ ແລະ ກ້າວສູ່ສະພາບປົກກະຕິແລ້ວ, ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການປ້ອງກັນ ແລະ ສະກັດກັນພະຍາດດັ່ງກ່າວ ດ້ວຍການເອົາໃຈໃສ່ໂຄລະນາປຸກລະດົມ ໃຫ້ປະຊາຊົນເອົາໃຈໃສ່ ປະຕິບັດຕາມຫຼັກການ ອະນາໄມສາມສະອາດ ຢ່າງເຂັ້ມງວດ, ເພາະສາເຫດຂອງການຕິດເຊື້ອພະຍາດດັ່ງກ່າວ ແມ່ນມາຈາກຂາດການຮັກສາອະນາໄມ, ໂດຍສະເພາະແມ່ນການກິນ-ດື່ມ, ເພາະເຊື້ອໄວຣັດຕັບ A (ເອ) ເປັນເຊື້ອພະຍາດທີ່ຕິດແປດກັນໄດ້ງ່າຍ, ໂດຍຜ່ານການສຳຜັດ ແລະ ການກິນ-ດື່ມ.

ໜ່ວຍເຝົ້າລະວັງພະຍາດ ກະຊວງສາທາລະນະສຸກແນະນຳວ່າ: ນອກຈາກທຸກຄົນໄດ້ເອົາໃຈໃສ່ ປ້ອງກັນການລະບາດຂອງພະຍາດດັ່ງກ່າວແລ້ວນັ້ນ, ກໍໃຫ້ເພີ່ມຄວາມເອົາໃຈໃສ່ ປ້ອງກັນພະຍາດ ຕາມລະດູການຄື: ພະຍາດລະບົບທາງເດີນຫາຍໃຈ, ໄຂ້ຫວັດ, ໄຂ້ອອກຕຸ່ມ, ພະຍາດຖອດທ້ອງ ແລະ ພະຍາດອື່ນໆ, ດ້ວຍປະຕິບັດຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ເນື່ອງຈາກປັດຈຸບັດສະພາບອາກາດ ເລີ່ມມີການປ່ຽນແປງ, ອາດຈະເປັນເງື່ອນໄຂກໍ່ໃຫ້ເກີດພະຍາດລະບາດໄດ້ງ່າຍ, ດັ່ງນັ້ນ ຍິ່ງຈະຕ້ອງເພີ່ມທະວີເຝົ້າລະວັງ ແລະ ສະກັດກັ້ນໃຫ້ມີປະສິດທິຜົນ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!