Home ຂ່າວພາຍ​ໃນ ພະແນກສາທາລະນະສຸກນະຄອນຫຼວງ ລົງຊຸກຍູ້ວຽກງານ 3 ສ້າງຢູ່ເມືອງສັງທອງ

ພະແນກສາທາລະນະສຸກນະຄອນຫຼວງ ລົງຊຸກຍູ້ວຽກງານ 3 ສ້າງຢູ່ເມືອງສັງທອງ

ພະແນກສາທາລະນະສຸກນະຄອນຫຼວງ ລົງຊຸກຍູ້ວຽກງານ 3 ສ້າງຢູ່ເມືອງສັງທອງ

 

ຕອນເຊົ້າວັນທີ 16 ກຸມພາ ຜ່ານມານີ້ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ວຽກງານ 3 ສ້າງ ຢູ່ບ້ານໃຫຍ່
ນາຈະເລີນ ເມືອງສັງທອງ ນະຄອນຫຼວງວຽງຈັນ ຊຶ່ງເປັນເຂດຈຸດສຸມ 3 ສ້າງ ທີ່ໄດ້ລວມ 3 ບ້ານເຂົ້າກັນເຊັ່ນ: ບ້ານນາລາດ
ບ້ານນາທຽມ ແລະ ບ້ານນາໝ້ຽງ ເພື່ອຊຸກຍູ້ສຸຂະພາບຊຸມຊົມໃນແຕ່ລະຄອບຄົວຢູ່ໃນ 3 ບ້ານເປົ້າໝາຍ ເພື່ອສ້າງບ້ານສາທາລະ
ນະສຸກແບບຢ່າງຂັ້ນຕົ້ນຂອງຄອບຄົວໃຫ້ໄດ້ຢູ່ໃນ 10 ມາດຖານຂອງຄອບຄົວສາທາລະນະສຸກຂັ້ນຕົ້ນ.
ການລົງໄປເຮັດວຽກໃນຄັ້ງນີ້ ນຳໂດຍທ່ານ ດຣ. ພອນປະເສີດ ອານຸພົມ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງ
ຈັນ ພ້ອມດ້ວຍຄະນະ ແລະ ຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມພະນັກງານສຸກສາລາບ້ານ ແລະ ອາສາສະໝັກບ້ານ
ໄດ້ລົງເກັບກຳຂ້ໍມູນກ່ຽວກັບການສ້າງບ້ານສາທາລະນະສຸກແບບຢ່າງຂັ້ນຄອບຄົວ ພ້ອນນັ້ນຍັງໄດ້ລົງກວດການ້ຳສ້າງ ນ້ຳບາດານ
ວ່າມີຄວາມສະອາດບໍ່ ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນນຳໃຊ້ນ້ຳສະອາດ ມີສຸຂະອະນາໄມທີ່ດີ ພ້ອມທັງເປັນການ
ສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການພັດທະນາສຸຂະພາບຂັ້ນບ້ານ ສ້າງຄວາມເຂັ້ມແຂງໃຫ້ກັບຕາໜ່າງພະນັກງານສາທາລະ
ນະສຸກຂັ້ນບ້ານ ສຸກສາລາຂັ້ນເມືອງ ເພື່ອຕອບສະໜອງບຸກຄະລາກອນໃຫ້ພຽງພໍກັບຕຳແໜ່ງງານ ຕອບສະໜອງອຸປະກອນທີ່ຈຳ
ເປັນໃຫ້ພຽງພໍໃຊ້ ແລະ ຢາທີ່ຈຳເປັນປັບປຸງການບໍລິການໃຫ້ມີຄຸນນະພາບ ແລະ ທັນສະໄໝໃນເຂດສຸກສາລາບ້ານ ແລະ ເມືອງ
ໃຫ້ເປັນທີ່ເພິ່ງພໍໃຈຂອງປະຊາຊົນ.
ທີ່ມາhttp://www.vientianemai.net