ພະຍຸໝຸນເຂດຮ້ອນອີຕາວ ພັດຜ່ານເຂົ້າພາກກາງ ແລະ ພາກໃຕ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໃນຕອນເຊົ້າວັນທີ 9 ພະຈິກ 2020 ເຖິງປະຊາຊົນ ແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ກຽມຮັບມືກັບ ພະຍຸໝຸນເຂດຮ້ອນອີຕາວ (Etau) ທີ່ຈະພັດຜ່ານເຂົ້າມາແຂວງພາກກາງ ແລະ ພາກໃຕ້ປະເທດລາວ ໃນໄລຍະວັນທີ 10 – 11 ພະຈິກ 2020 ທີ່ຈະມາເຖິງນີ້, ເຊິ່ງຈະກໍ່ໃຫ້ເກີດສະພາບຝົນຕົກໜັກ ແລະ ລົມພັດແຮງຈະເຮັດໃຫ້ມີ ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ອາດຈະເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນຢູ່ສາຂາແມ່ນໍ້າຕ່າງໆ, ເຊິ່ງຈະເຮັດໃຫ້ເກີດນໍ້າໄຫຼຊູ ແລະ ນໍ້າຖ້ວມອັ່ງ, ຈົ່ງມີສະຕິລະວັງຕົວ ເກັບສິ່ງຂອງໄວ້ທີ່ສູງ ແລະ ສັດລ້ຽງໄວ້ບ່ອນປອດໄພ.

ປັດຈຸບັນນີ້, ພະຍຸດັ່ງກ່າວ ກໍາລັງເຄື່ອນທີ່ຢູ່ທະເລຈີນໃຕ້ຕອນກາງ, ເຊິ່ງໃນເວລາ 07:45 ນາທີ ມີຈຸດສູນກາງຢູ່ເສັ້ນຂະ ໜານທີ13.1 ອົງສາເໜືອ ແລະ ເສັ້ນແວງທີ 113.8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າພະຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງ ສສ ຫວຽດນາມ ແລະ ຈະເຄື່ອນເຂົ້າຜ່ານປະເທດກຳປູເຈຍໃນຄືນຂອງມື້ນີ້, ວົງລັດສະໝີຂອງພະຍຸຫົວນີ້ຈະກວມເອົາເຂດພາກໃຕ້ ແລະ ພາກກາງຂອງປະເທດລາວ, ໃນໄລຍະວັນທີ 10 – 11 ພະຈິກ 2020ນີ້.

ຮຽບຮຽງຂ່າວ: ພຸດສະດີ