ພະຍາດອະຫິວາໝູອາຟຣິກກາລະບາດ 13 ບ້ານໃນເມືອງຊຽງຮ່ອນ

ສຳນັກຂ່າວສານປະເທດລາວ ລາຍງານອ້າງອີງຈາກ ແຫຼ່ງຂ່າວໄຊຍະບູລີ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 21-23 ກັນຍາ 2020 ນີ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ສົມທົບກັບຫ້ອງການ ກະສິ ກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ລົງເກັບກຳຈຳນວນຜູ້ລ້ຽງໝູ ແລະ ທຳລາຍໝູ ທີ່ຕິດເຊື້ອພະຍາດ ອະຫິວາໝູອາຟຣິກກາ ຢູ່ 2 ບ້ານຄື: ບ້ານແກ່ນ ແລະ ບ້ານສາມັກຄີໄຊ ເມືອງຊຽງຮ່ອນ ພາຍຫລັງທີ່ໄດ້ຮັບຜົນກວດເລືອດ ແລະ ຊິ້ນສ່ວນຂອງໝູຢູ່ 2 ບ້ານດັ່ງກ່າວ ຈາກສູນວິໄຈພະຍາດສັດ ກະຊວງກະສິກຳ ແລະ ປ່າໄມ້ ວ່າພົບເຫັນເຊື້ອພະຍາດອະຫິວາໝູອາຟຣິກກາ ໃນຄັ້ງວັນທີ 16 ກັນຍາ 2020 ຜ່ານມາ.

ປັດຈຸບັນ, ວິຊາການໄດ້ລົງເກັບກຳຂໍ້ມູນ, ເຊິ່ງການລະບາດຂອງພະຍາດດັ່ງກ່າວໄດ້ແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື: ບ້ານແກ່ນ, ສາມັກຄີໄຊ, ດອນເຟືອງ, ບ້ານຂິ່ງ, ລາວສະໂນ, ນໍ້າກອກ, ນາອອນ, ຫົວນາ, ບ້ານດົງ, ຫ້ວຍຮາກ, ບ້ານຊ້າງ, ບ້ານຄໍ້າ ແລະ ບ້ານນ້ຳຄ່ອມ ມີໝູຕາຍທັງໝົດ 195 ໂຕ.

ຂະນະດຽວກັນທາງວິຊາການສັດຕະແພດ ແລະ ການນຳຂັ້ນເມືອງ ໄດ້ລົງລະດົມແນວຄິດຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ, ພ້ອມທັງທໍາລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ 216 ໂຕ ນ້ຳໜັກ 5.393 ກິໂລກຣາມ ແລະ ບ້ານສາມັກຄີໄຊ 31 ໂຕ ນໍ້າໜັກ 804 ກິໂລກຣາມ ລວມມູນຄ່າເສຍຫາຍ 200 ລ້ານກວ່າກີບ.

ຮຽບຮຽງຂ່າວ: ພຸດສະດີ