ພະຍາດປາກເປື່ອຍລົງເລັບ ລະບາດໜັກໃນເກົາຫຼີໃຕ້

0
1808

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກຸມພາ 2017 ຜ່ານມາວ່າ ທາງການເກົາຫຼີໃຕ້ ມີຄຳສັ່ງຂ້າງົວຢູ່ໃນຟາມງົວນົມແຫ່ງໜຶ່ງ ຈຳນວນ 195 ໂຕ ຫຼັງຈາກມີການກວດພົບພະຍາດປາກເປື່ອຍລົງເລັບ ໄດ້ລະບາດຢ່າງໜັກຢູ່ໃນຟາມໃນເຂດໂບຍຸນ ຫ່າງຈາກກຸງໂຊນ ໄປທາງພາກຕາເວັນອອກສ່ຽງໃຕ້ 170 ກິໂລແມັດ

ກະຊວງກະເສດອາຫານ ແລະກິດຈະການຊົນນະບົດ ເຜີຍວ່າ ສາເຫດຂອງການມີຄຳສັ່ງຂ້າງົວດັ່ງກ່າວ ກໍເພື່ອສະກັດກັ້ນການແພ່ລະບາດຂອງພະຍາດ, ນອກຈາກນີ້ ໄດ້ມີຄຳສັ່ງຫ້າມຟາມສັດເຄື່ອນຍ້າຍສັດ ທີ່ມີການລະບາດໃນລັດສະໝີ 3  ກິໂລແມັດໃນຊ່ວງນີ້

ສຳລັບການກວດພົບພະຍາດປາກເປື່ອຍລົງເລັບໃນສັດ ຂອງເກົາຫຼີໃຕ້ ເກີດຂຶ້ນຫຼ້າສຸດເມື່ອເດືອນມີນາປີກາຍ ຈາກນັ້ນທາງການໄດ້ມີການເຂັ້ມງວດ ແລະເລັ່ງສີດວັກຊີນປ້ອງກັນ ແຕ່ພະຍາດດັ່ງກ່າວກໍບໍ່ໄດ້ຫຼຸດລົງ ຈົນມີການກວດພົບພະຍາດອີກຄັ້ງຢູ່ໃນຟາມງົວດັ່ງກ່າວ