ພະຍາຍາມຂົ່ມຂືນປ້າ ອ້າງວ່າຍ້ອນຄວາມມຶນເມົາ

ບັນດາເຫດການຂົ່ມຂືນ ແລະ ຂົ່ມຂືນກະທໍາສໍາເລົາ ໃນປັດຈຸບັນ ຍັງເກີດຂຶ້ນມີໃຫ້ເຫັນເລື້ອຍໆມາ ສ່ວນຫຼາຍຜູ້ກໍ່ເຫດແມ່ນຍາດໃກ້ຊິດ, ຄົນເຮືອນໃກ້, ຮູ້ຈັກຮັກແພງກັນ ຍ້ອນຄວາມໂລບມາກໂລພາ, ກິເລດຕັນຫາ, ບ້າກາມຂອງຜູ້ກະທໍາ ໂດຍບໍ່ຄໍານຶງເຖິງຜົນກະທົບທີ່ຈະຕາມມາ ໂດຍສະເພາະແມ່ນຜູ້ເສຍຫາຍ ວ່າເຂົາຈະມີຄວາມອັບອາຍພຽງໃດ ດັ່ງຄະດີທີ່ເກີດຂຶ້ນຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ມີນ້ອງເຂີຍ ໄດ້ເຂົ້າໄປໃນເຮືອນແລ້ວພະຍາຍາມຂົ່ມຂືນປ້າໂຕເອງ ໃນຄະນະທີ່ກໍາລັງນອນຢູ່ເຮືອນ ໃນເດືອນກໍລະກົດ 2017 ທີ່ຜ່ານມາ ໂດຍຜູ້ກໍ່ເຫດອ້າງວ່າ ຍ້ອນຄວາມມຶນເມົາ.

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າມີເຫດການນ້ອງເຂີຍ ໄດ້ພະຍາຍາມຂົ່ມຂືນຕົນເອງ. ຈາກນັ້ນ, ຈຶ່ງໄດ້ສົມທົບກັບອໍານາດການປົກຄອງບ້ານ ໄປກວດກາສະຖານທີ່ເກີດເຫດ ພ້ອມທັງຈັບຕົວຜູ້ກໍ່ເຫດຊື່ ທ້າວ ຄຳກອງ ອາຍຸ 33 ປີ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຢູ່ໃນສະພາບມຶນເມົາ ໂດຍຜູ້ກ່ຽວຍອມຮັບວ່າ: ໄດ້ຂົ່ມຂືນຜູ້ເປັນປ້າແທ້ ຍ້ອນຄວາມມຶນເມົາ ແຕ່ບໍ່ສໍາເລັດ.

ທ້າວ ຄຳກອງ ຮັບສາລະພາບວ່າ: ໄດ້ລົງມືຂົ່ມຂືນປ້າ ( ເມຍຂອງລຸງ ຫຼື ເມຍຂອງອ້າຍເມຍ) ແຕ່ບໍ່ສໍາເລັດ ເນື່ອງຈາກວ່າ ຜູ້ເສຍຫາຍບໍ່ຍອມຈຶ່ງຢຸດເຊົາ. ສ່ວນຜົວຂອງຜູ້ເສຍຫາຍ ( ລຸງ ຫຼື ອ້າຍເມຍ ) ແມ່ນໄປເຮັດວຽກຢູ່ປະເທດໄທ ໂດຍກັບມາຢາມບ້ານປີລະຄັ້ງ. ໃນເບື້ອງຕົ້ນ ໃນວັນທີ 28 ກໍລະກົດ 2017 ຢູ່ເຮືອນຂອງຜູ້ເສຍຫາຍ (ຜູ້ເປັນປ້າ) ໄດ້ມີການຊຸມແຊວກັນສະເພາະຍາດພີ່ນ້ອງ ເຊິ່ງທ້າວ ຄຳກອງກໍ່ໄດ້ດື່ມຮ່ວມວົງກັນ ໂດຍໄດ້ດື່ມເຫຼົ້າຈົນຮອດ 19:00 ໂມງ ຈຶ່ງພາກັນເລີກຈາກການຊຸມແຊວແລ້ວກັບເຮືອນໃຜ ເຮືອນລາວ. ສ່ວນທ້າວ ຄໍາກອງ ກໍ່ກັບເຮືອນ ພໍໄປຮອດເຮືອນ ແມ່ນບໍ່ເຫັນເມຍຢູ່ເຮືອນ ຈຶ່ງເຂົ້ານອນ ແຕ່ນອນບໍ່ຫຼັບ ຈຶ່ງກັບໄປເຮືອນປ້າອີກ ( ຜູ້ເສຍຫາຍ ) ພໍໄປຮອດ ເຫັນປ້ານອນຫຼັບຢູ່ກັບລູກ ຢູ່ໃນເຮືອນ, ຈຶ່ງມີອາລົມຢາກນອນນໍາຜູ້ເປັນປ້າ. ຈາກນັ້ນ, ກໍຄ່ອຍໆຍ່າງເຂົ້າໄປລົງມືຂົ່ມຂືນ ແຕ່ຜູ້ເປັນປ້າຕື່ນຂຶ້ນມາບໍ່ຍອມ ໄດ້ມີການຕໍ່ສູ້ກັນມາໄລຍະໜຶ່ງ ໃນຄະນະຕໍ່ສູ້ກັນນັ້ນ ລູກຂອງຜູ້ເສຍຫາຍໄດ້ຕື່ນຂຶ້ນມາຮ້ອງໄຫ້ ເຮັດໃຫ້ທ້າວ ຄໍາກອງ ຢຸດເຊົາ ພ້ອມທັງຍົກມືກາບຂໍໂທດປ້າ ແລ້ວກໍກັບເຮືອນ.

ສ່ວນຜູ້ເສຍຫາຍ ແມ່ນໄປຫາຍາດພີ່ນ້ອງເຮືອນໃກ້ກັນ ແລ້ວເລົ່າເຫດການດັ່ງກ່າວ ພ້ອມທັງເຂົ້າແຈ້ງຄວາມຕໍ່ອຳນາດການປົກຄອງບ້ານ. ຈາກນັ້ນ, ປກສ ບ້ານ ຈຶ່ງເຂົ້າຈັບຕົວ ແລ້ວມອບໃຫ້ ປກສ ເມືອງປາກງື່ມ ດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

 

ແຫຼ່ງຂ່າວ: ໜັງສືພິມ ປກສ.