ຝ່າຍປະຕິບັດການໄຟຟ້ານະຄອນຫຼວງແຈ້ງການ! ຢ່າຫຼົງເຊື່ອບຸກຄົນແອບອ້າງເປັນພະນັກງານໄຟຟ້າ

ຈາກເຫດການທີ່ມີບຸກຄົນບໍ່ຫວັງດີອອກເຄື່ອນໄຫວແອບອ້າງເປັນພະນັກງານລັດວິສາຫະກິດໄຟຟ້າລາວ ເພື່ອຫຼອກລວງເອົາເງິນປະຊາຊົນ ເຊິ່ງມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊົນ ແລະ ເສື່ອມເສຍຊື່ສຽງ, ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ລັດວິສາຫະກິດໄຟຟ້າລາວ.

ລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໄດ້ອອກແຈ້ງການສະບັບເລກທີ 1832/ຟຟລ.ນວ, ລົງວັນທີ 28 ກັນຍາ 2018 ເຖິງພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໃນນະຄອນຫຼວງວຽງຈັນ ຊາບທົ່ວເຖິງກັນວ່າ: ປັດຈຸບັນມີຄົນບໍ່ຫວັງດີນຸ່ງຖືຊຸດກຳມະກອນໄຟຟ້າລາວ ແອບອ້າງຕົນເອງວ່າເປັນພະນັກງານຂອງລັດວິສາຫະກິດໄຟຟ້າລາວ ໄປເຄື່ອນໄຫວຕົວະຍົວະຫຼອກລວງພໍ່ແມ່ປະຊາຊົນຜູ້ທີ່ຕ້ອງການເອົາໄຟຟ້າເຂົ້າເຮືອນໃຫ້ໄດ້ໄວ ແລະ ຕົວະຍົວະຫຼອກລວງເອົາເງິນນຳພໍ່ແມ່ປະຊາຊົນຜູ້ທີ່ຕ້ອງການເອົາໄຟເຂົ້າເຮືອນ ໃນລາຄາສູງກວ່າທາງການກຳນົດ ເຊິ່ງໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວຢ່າງຫຼວງຫຼາຍ, ເພາະຄວາມຈິງແລ້ວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງບໍ່ມີນະໂຍບາຍ ແລະ ບໍ່ໄດ້ແຕ່ງຕັ້ງພະນັກງານຂອງຕົນ ອອກເຄື່ອນໄຫວປຸກລະດົມໃຫ້ພໍ່ແມ່ປະຊາຊົນເອົາໄຟເຂົ້າເຮືອນ ຫຼື ຕິດຕັ້ງໝໍ້ນັບໄຟໃນລັກສະນະດັ່ງກ່າວ.

ສະນັ້ນ, ເພື່ອບໍ່ໃຫ້ມີບັນຫາດັ່ງກ່າວເກີດຂຶ້ນອີກ ຈິ່ງຂໍໃຫ້ບັນດາທ່ານຜູ້ທີ່ຕ້ອງການເອົາໄຟຟ້າເຂົ້າເຮືອນໃໝ່ ຫຼື ຂໍຕິດຕັ້ງໝໍ້ນັບໄຟຟ້າແມ່ນໃຫ້ເຂົ້າໄປພົວພັນກັບພາກສ່ວນທີ່ກ່ຽວຂ້ອງ ຂອງສາຂາໄຟຟ້າເມືອງໃກ້ບ້ານຂອງທ່ານ, ຫາກທ່ານມີບັນຫາຕ່າງໆກ່ຽວກັບການຊົມໃຊ້ໄຟຟ້າສາມາດໂທສອບຖາມໄດ້ທາງສາຍດ່ວນຂອງໄຟຟ້ານະຄອນຫຼວງ 1199 ໄດ້ຕະຫຼອດ 24 ຊົ່ວໂມງ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ