ຝົນຍັງສືບຕໍ່ຕົກທົ່ວທຸກພາກ ແລະ ມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນວັນທີ 19 ຕຸລາ 2020ນີ້ວ່າ ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມພາກເໜືອຂອງປະເທດລາວດ້ວຍກໍາລັງອ່ອນ ພ້ອມດຽວກັນ ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ແຂວງ ພາກກາງ ແລະ ພາກໃຕ້ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອ ຍັງມີກໍາລັງ ແຮງພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.

ສຳຫຼັບລະດັບແມ່ນໍ້າສາຂາ ແກ້ງກອກ (ເຊຈໍາພອນ) , ແກ້ງໂດນ (ເຊບັ້ງຫຽງ) ເຊໂປນ (ເຊບັ້ງຫຽງ) ແລະ ລະຫານໍ້າ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກ່ວາເຂດອັນຕະລາຍ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໃສຢູ່ເຂດແຂວງດັ່ງກ່າວ.

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ນໍ້າສືບຕໍ່ຖ້ວມສູງຂຶ້ນຢູ່ຕື່ມອີກ ແລະ ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ຮຽບຮຽງຂ່າວ:​ ພຸດສະດີ