ຝົນຍັງຈະສືບຕໍ່ຕົກຈົນຮອດວັນທີ 25 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 19-25 ຕຸລາ 2020 ວ່າ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັບລົມຕາເວັນອອກ-ຕາເວັນອອກສຽງເໜືອ ພັດປົກຄົມເປັນສ່ວນໃຫຍ່, ສ່ວນພາກໃຕ້ຮ່ອງກົດດັນຈະພາດຜ່ານດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນ, ນັບຕັ້ງແຕ່ວັນທີ 22 – 25 ຕຸລາ 2020 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແນງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບລົມຕາເວັນອອກສຽງເໜືອພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ, ຈະເຮັດໃຫ້ອາກາດເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຮຽບຮຽງຂ່າວ: ພຸດສະດີ