ຝຣັ່ງໃຫ້ການຊ່ວຍເຫຼືອ 2 ລ້ານກວ່າເອີໂຣ ເພື່ອສົ່ງເສີມການທ່ອງທ່ຽວ

ໜັງສືພິມວຽງຈັນທາມ ລາຍງານວ່າ ອົງການຝຣັ່ງເພື່ອການພັດທະນາ (AFD) ໃຫ້ການຊ່ວຍເຫຼືອຫຼາຍກວ່າ 2,6 ລ້ານເອີໂຣ ເພື່ອສະໜັບສະໜູນໂຄງການຄຸ້ມຄອງ, ປົກປັກຮັກສາມໍລະດົກວັດທະນະທໍາ ແລະ ການສ້າງຄວາມດຶງດູດ ໃຫ້ແກ່ວຽກງານທ່ອງທ່ຽວຢູ່ແຂວງຈໍາປາສັກ ແລະ ສະຫວັນນະເຂດ.

ພິທີເຊັນສັນຍາຮັບການຊ່ວຍເຫຼືອດັ່ງກ່າວຈັດຂື້ນໃນວັນທີ 17 ມີຖຸນາ 2020 ທີ່ຜ່ານມາ ໂດຍການ ເຂົ້າຮ່ວມຂອງຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ອົງການຝຣັ່ງເພື່ອການພັດທະນາ ແລະ ສະຖານທູດຝຣັ່ງປະຈໍາລາວ.

ພາຍໃຕ້ໂຄງການນີ້, ແຜນພັດທະນາການທ່ອງທ່ຽວຈະຖືກກຳນົດຂື້ນເພື່ອບໍ່ໃຫ້ແຂວງດັ່ງກ່າວ ເປັນພຽງທາງຜ່ານຂອງບັນດາກຸ່ມນັກທ່ອງທ່ຽວ ແລະ ເປັນການກະຕຸ້ນໃຫ້ນັກທ່ອງທ່ຽວ ແວ່ພັກເຊົາກ່ອນເດີນທາງຕໍ່ໄປແຂວງ ຫຼື ປະເທດອື່ນ ແລະ ເປັນການສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ກັບປະຊາຊົນທ້ອງຖິ່ນ.

ແຂວງຈໍາປາສັກ ແລະ ສະຫວັນນະເຂດ ແມ່ນມີທ່າແຮງດ້ານການທ່ອງທ່ຽວ ຄືກັບບັນດາແຂວງອື່ນໆ ເພາະວ່າແຂວງດັ່ງກ່າວປະກອບມີຫຼາຍແຫຼ່ງທ່ອງທ່ຽວທີ່ສວຍງາມ ເຊິ່ງລວມມີສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ.

ລັດຖະບານລາວ ແລະ ຜູ້ໃຫ້ທຶນເຊື່ອໝັ້ນວ່າໂຄງການດັ່ງກ່າວຈະມີຄຸນຄ່າຫຼາຍໃນການປັບປຸງຄວາມຮູ້ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳ ທີ່ເປັນເອກະລັກສະເພາະຂອງແຂວງຈຳປາສັກ ແລະ ສະຫວັນນະເຂດ, ພ້ອມທັງຈະຊ່ວຍໃຫ້ຂະແໜງການທ່ອງທ່ຽວຟື້ນຟູຢ່າງໝັ້ນຄົງ ແລະ ຍືນຍົງ ຫຼັງຈາກໄດ້ຮັບຜົນກະທົບຈາກວິກິດການຕ່າງໆໃນປະຈຸບັນ.

 

ຮຽບຮຽງຂ່າວ: ພຸດສະດີ