ຝຣັ່ງຄວ້າແຊັ້ມບານໂລກ 2018 ໄປຄອງເປັນສະໄໝທີ 2

ປິດສາກເປັນທີ່ຮຽບຮ້ອຍແລ້ວສຳລັບບານໂລກ 2018 ທີ່ປະເທດ ຣັດເຊຍ ໂດຍແຊັມຕົກເປັນຂອງ “ທີມຊາດຝຣັ່ງ” ເຮັດໃຫ້ພວກເຂົາໄດ້ເປັນແຊັມສະໄໝທີສອງ

ໃນຄ່ຳຄືນຂອງວັນທີ 15 ກໍລະກົດ 2018 ບານໂລກຮອບຕັດສິນ ເປັນການພົບກັນລະຫວ່າງ “ຝຣັ່ງ ພົບກັບ ໂຄຣເອເຊຍ” ດ້ວຍເກມການຫຼິ້ນທີ່ດີກວ່າເຮັດໃຫ້ ຝຣັ່ງສາມາດເຮັດປະຕູຂຶ້ນນຳໂຄຣເອເຊຍກ່ອນ 2-0 ໃນຊ່ວງເວລາທຳອິດ ໃນລູກທຳອິດແມ່ນເກີດຈາກຄວາມຜິດພາດຂອງທາງໂຄຣເອເຊຍໂດຍ ມາເຣໂອ ມານຊູຄິຊ (ເຮັດເຂົ້າປະຕູຕົວເອງ) ໃນນາທີທີ 18 ເຊິ່ງເຮັດໃຫ້ຝຣັ່ງໄດ້ປະຕູຂຶ້ນນຳໂຄຣເອເຊຍໄປກ່ອນ 1-0, ແຕ່ຜ່ານໄປພຽງ 10 ນາທີ ໂຄຣເອເຊຍກໍ່ສາມາດເຮັດປະຕູຕີສະເໝີໄດ້ 1-1 ໂດຍການຍິງຂອງ ອິວານ ເພີຣິຊິກ ນາທີ 28, ແລະ ເກມໄດ້ດຳເນີນໄປພຽງ 10 ນາທີ ຝຣັ່ງກໍ່ເຮັດປະຕູນຳເປັນ 2-1 ຈາກການຍິງລູກໂທດຂອງ ອັອງຕວນ ກຣີສມັນ ນາທີ 38 ປີດເຄິ່ງເວລາທຳອິດ ຝຣັ່ງ ນຳ ໂຄຣເອເຊຍ 2-1 ໃນເຄິ່ງເວລາຫຼັງຝຣັ່ງຍັງຄຸມເກມໄດ້ເໜືອກວ່າ ໂດຍ ປອລ ປ໋ອກບາ ໄດ້ຍິງປະຕູທີ 3 ໃນນາທີ 59 ແລະ ປະຕູທີ 4 ໄດ້ຈາກ ຄີລີຢັນ ເອັມບັບເປ ນາທີ 65 ຕໍ່ມາພຽງ 4 ນາທີ ໂຄຣເອເຊຍມາໄດ້ປະຕູທີ 2 ຈາກການຍິງຂອງ ມາເຣໂອ ມານຊູຄິຊ ນາທີ 69, ເກມຍັງດຳເນີນໄປເລື້ອຍໆ ຈົນຈົບເວລາ ຜົນປະກົດວ່າ ຝຣັ່ງ ຊະນະ ໂຄຣເອເຊຍ ແລະ ກາຍເປັນແຊັ້ມບານໂລກ 2018

ບານໂລກ 2018 ເຈົ້າພາບຣັດເຊຍ ໄດ້ປິດລົງຢ່າງເປັນທາງການ ທາງສະຫະພັນບານເຕະນານາຊາດ (ຟີຟ່າ) ໄດ້ປະກາດຢືນຢັນກຳນົດການແຂ່ງຂັນບານໂລກ 2022 ປະເທດ ກາຕາຣ໌ ໃນອີກ 4 ປີຂ້າງໜ້າ ເຊິ່ງມີກຳນົດໃນວັນທີ 21 ພະຈິກ – 18 ທັນວາ 2022 ໃຊ້ເວລາແຂ່ງ 28 ມື້.