ຜົນວິໄຈຄາດ ພົນລະເມືອງລາວຈະເພີ່ມຂຶ້ນເປັນ 10 ລ້ານຄົນໃນປີ 2050!

164

ຂປລ. ປະຊາກອນ​ລາວ​ຄາດ​ວ່າ​ ຈະ​ເພີ່ມ​ຂຶ້ນ​ເປັນ 6,8 ລ້ານ​ຄົນ ​ໃນ​ປີ 2015 ​ແລະ 10 ລ້ານ​ຄົນ​ໃນ​ປີ 2050. ສ່ວນ​ຫລາຍ​ແມ່ນ​ ໃນ​​ໄລຍະ​ ອາຍຸ​ໄວ​ໜຸ່ມ ​ແລະ ອັດຕາ​ສ່ວນ ​ຂອງ​ໄວ​ອອກ​ແຮງ​ງານ​ ແມ່ນ​ຈະ​ສືບ​ຕໍ່​​ ເພີ່ມ​ຂຶ້ນ.

ໃນ ​ກອງ​ປະຊຸມ ​ເຜີຍ​ແຜ່ ຜົນຂອງ​ການ ​ວິ​ໄຈ ສະຖານະ​ພາບ​ ປະຊາກອນ​ ສປປ ລາວວັນ​ທີ 16 ກັນ ຍາ 2015 ນີ້ ທີ່ນະຄອນຫລວງ ​ວຽງ​ຈັນ ທ່ານ​ ດຣ. ຄໍາ​ລຽນ ພົນ​ເສນາ ລັດຖະມົນຕີ​ ວ່າການ​ກະຊວງ​ ແຜນການ ​ແລະ ການ​ລົງທຶນ​ ​ໃຫ້​ຮູ້ວ່າ: ​ໃນ​ບົດ​ສຶກສາ ​ຄົ້ນຄວ້າ ​ຜົນ​ຂອງ​ການ ​ວິ​ໄຈ​ສະຖານະ​ພາບ ​ປະຊາກອນ ​ແລະ ສຸຂະພາບ​ ຈະ​ເລີ​ນພັນ​ ຂ​ອງ ສປປ ລາວ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ອັດຕາ​ສ່ວນ ​ຂອງ​ໄວ​ອອກ​ແຮງ​ງານ ​ແມ່ນ​ຈະ​ສືບ​ຕໍ່ ​ເພີ່ມ​ຂຶ້ນ​ ຄຽງ​ຄູ່ກັບ ​ການ​ຂະຫຍາຍຕົວ ​ທາງ​ດ້ານ​ຈໍານວນ​ ປະຊາກອນ ເພີ່ມ​ຂຶ້ນ ​​ແລະ ອັດຕາການ​ຕາຍ ​ໄດ້​ມີ​ການ ​ຫລຸດ​ລົງ​ ບໍ່​ວ່າ​ຈະ​ເປັນ​ ການ​ຕາຍ​ຂອງ​ແມ່ ​ແລະ ການ​ຕາຍ ​ຂອງ​ເດັກນ້ອຍ​ ທີ່​ມີ​ອາຍຸ​ ລຸ່ມ​ໜຶ່ງ​ປີ ​ໄດ້​ລຸດລົງ​ຈາກ 70 ຄົນ​ຕໍ່​ ການ​ເກີດ​ມີ​ຊີວິດ 1.000 ຄົນ​ໃນປີ 2005 ມາ​ເປັນ 68 ຄົນຕໍ່​ ການ​ເກີດ​ມີ​ຊີວິດ 1.000 ຄົນ​ໃນ​ປີ 2011 ​ແລະ ການ​ຕາຍ ​ຂອງ​ເດັກ​ ລຸ່ມ​ຫ້າ​ປີ​ ໄດ້​ຫລຸດ​ລົງ ​ຈາກ 98 ຄົນຕໍ່​ ການ​ເກີດ​ ມີ​ຊີວິດ 1.000 ຄົນ​ໃນ​ປີ 2005 ມາ​ເປັນ 79 ຄົນຕໍ່​ ການ​ເກີດ​ ມີ​ຊີວິດ 1.000 ຄົນ​ໃນ​ປີ 2011.

ທ່ານ ​ ກ່າວ​ຕື່ມ​ວ່າ: ຕາມ​ສະຖິຕິ​ ຂໍ້ມູນ​ ໂດຍ​ສະ​ເພາະ ​ແມ່ນ​ຂໍ້​ມູນ​ ທາງ​ດ້ານ ​ພົນລະ​ເມືອງ​ ໃນ​ການວາງ​ແຜນ ​ໃຫ້​ສອດຄ່ອງ​ກັບ​ ແຕ່ລະ​ໄລຍະ​ ປັດຈຸບັນ ​ເຂົ້າ​ໃນ​ການ ວາງ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ ​ການ​ພັດທະນາ​ ເສດຖະກິດ-ສັງຄົມ​ ແຫ່ງ​ຊາດ, ​ແຜນ​ພັດທະນາ ​ຂອງ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ​ຂໍ້​ມູນ​ໃຫ້​ແກ່​ ອົງການ ​ສະຫະ​ປະຊາ​ຊາດ ​ກອງ​ທຶນ ​ສໍາລັບ​ປະຊາກອນ​ ໃນ​ການ​ກໍານົດ ​ແຜນ​ງານ​ ການ​ຊ່ວຍ​ເຫລືອ ສປປ ລາວ ໃນ​ອະນາ​ຄົດ. ​ໃນ​ໄລຍະ ​ຜ່ານ​ມາ ສປປ ລາວ​ ກໍ​ໄດ້ມີ​ການ ​ສໍາ​ຫລວດ ​ພົນລະ​ເມືອງ​ ເຖິງ 4 ຄັ້ງຄື ຄັ້ງ​ທີ່ໜຶ່ງ​ ໃນ​ປີ 1985 ມີ​ພົນ​ລະ​ເມືອງ ປະມານ 3,5 ລ້ານ​ຄົນ, ຄັ້ງ​ທີ​ສອງ​​ໃນປີ 1995 ມີ​ປະມານ 4,5 ລ້ານ​ຄົນ, ຄັ້ງ​ທີ່​ສາມ​​ໃນປີ 2005 ມີປະມານ 5,6 ລ້ານ​ຄົນ ​ແລະ ຄັ້ງທີ່​ສີ່​ ປີ 2015 ຄາດ​ວ່າ ​ມີ​ພົນລະ​ເມືອງ ປະມານ 6,8 ລ້ານ​ຄົນ.

 

ແຫລ່ງຂ່າວ:

ຂປລ