ຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ (ມໍ4) ທົ່ວປະເທດປະຈຳສົກຮຽນ 2017-2018

ຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ (ມໍ4) ທົ່ວປະເທດປະຈຳສົກຮຽນ 2017-2018 ຄັ້ງວັນທີ 24-27 ເມສາ2018 ທີ່ນະຄອນຫຼວງວຽງຈັນ ໄດ້ປະກາດຜົນອອກມາເປັນທີ່ຮຽບຮ້ອຍແລ້ວ ໃນຕອນແລ້ວມື້ນີ້. ໂດຍຖືເປັນອີກປີທີ່ຕ່າງແຂວງມີຜົນງານພົ້ນເດັ່ນ. ໂດຍສະເພາະໃນຊັ້ນມໍ 7 ເມື່ອຕ່າງແຂວງສາມາດຍາດທີ 1 ໄດ້ເຖິງ 3 ວິຊາ ປ່ອຍໃຫ້ນະຄອນຫຼວງວຽງຈັນໄດ້ ທີ 1 ພຽງວິຊາເຄມິສາດ. ສ່ວນຊັ້ນມໍ 4 ຍັງເຮັດໄດ້ດີ ແຕ່ເມື່ອທຽບໃສ່ປີຜ່ານມາກໍຖືວ່າໄດ້ລາງວັນຫນ້ອຍລົງ ໂດຍໄດ້ທີ 1 ຈຳນວນ 2 ວິຊາ ສ່ວນົກຮຽນຜ່ານມາ ໄດ້ທີ 1 ທັງ 4 ວິຊາ. ຜົນການສອບເສັງນັກຮຽນເກັ່ງຊັ້ນມໍ 4 ສົກຮຽນ 2017-2018 ມີດັ່ງນີ້:

1. ວິຊາຄະນິດສາດ

  • ອັນດັບ 1 ທ້າວ ຈີເມັ່ງ ຫາ ຈາກມສ ສີບຸນເຮືອງ ເມືອງແປກ ແຂວງຊຽງຂວາງ,
  • ອັນດັບ 2 ນາງລິດຈະນາ ອິນທະວົງ  ມສໂພນໄຊ  ນະຄອນປາກເຊ ແຂວງຂຳປາສັກ.

2. ວິຊາຟິຊິກສາດ

  • ອັນດັບ 1 ນາງພິບພາພອນ ລຽງສອນ ມສ ນິຣະດາ ຈຶມເພັດ ນະຄອນຫຼວງວຽງຈັນ,
  • ອັນດັບ 2  ທ້າວ ບຸນຊູ ທ່າວຈີ່ເນັ່ງ ມສ ນໍ້າຮ້ອນ ເມືອງໝື່ນ ແຂວງວຽງຈັນ ແລະ
  • ອັນດັບ 3 ນາງພອນທິບ ແສງສີສູນທອນ ມສໂພນໄຊ  ນະຄອນປາກເຊ ແຂວງຈຳປາສັກ

3. ວິຊາເຄມີສາດ

  • ອັນດັບ 1  ນາງສີສົມພອນ ພັດທະນາ ມສພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ,
  • ອັນດັບ 2 ທ້າວປໍຈົວ ເຮິເຢຍໄທ ມສ ນໍ້າຮ້ອນ ເມືອງໝື່ນ ແຂວງວຽງຈັນ ແລະ
  • ອັນດັບ 3 ສນ ເຮັ່ງ ເຮືອງສະຫວັນ ມສສົງ ແຂງສາລະວັນ.

ສ່ວນວິຊາພາສາລາວ ວັນນະຄະດີ ບໍມີຜູ້ໃດໄດ້ລາງວັນ. ນອກນັ້ນຍັງມີຜູໄດ້ຮັບລາງວັນຊົມເຊີຍອີກ 7 ລາງວັນ.

 

ແຫລ່ງຂ່າວ: ລາວອັບເດດ

1 COMMENT

Comments are closed.