ຜົນການວິໄຈວ່າສາເຫດຫຍັງ ທີ່ຍຸງຄືມັກກັດ

0
2348

ເຄີຍເປັນບໍ່ ເວລານັ່ງນຳໝູ່ຫຼາຍຄົນ ແລ້ວເປັນຫຍັງຍຸງຄືມີແຕ່ກັດເຮົາຄົນດຽວ.

ຈາກການທົດລອງເອົາ ກິ່ນຈາກອາສາສະໝັກ 64 ຄົນມາ ດ້ວຍການໃສ່ຖົງຕີນ ຫຼື ຖົງໜ່ອງໄນລອນ ຢູ່ແຂນ 6 ຊົ່ວໂມງ, ກ່ອນທີ່ຈະນຳເອົາຜ້າດັ່ງກ່າວ ໄປໃສ່ຕະໜ່າງກັນຍຸງ ເພື່ອຊອກຫາກິ່ນທີ່ຍຸງມັກທີ່ສຸດ.

ຜົນປາກົດວ່າ ກິ່ນຈາກອາສາສະໝັກຄົນທີ 33 ສາມາດດຶງດູດ ຍຸງ ໄດ້ຫຼາຍທີ່ສຸດ.

ຈາກການກວດສອບກິ່ນດັ່ງກ່າວ ນັກວິໄຈໄດ້ພົບສານ “ກົດກາກບອນຊີລິກ” (carboxylic acids) ທີ່ຜະລິດຈາກຜິວໜັງ, ເຊິ່ງແຕ່ລະຄົນກໍມີການຜະລິດ ກົດກາກບອນຊີລິກ ທີ່ແຕກຕ່າງກັນ ແລະ ບໍ່ສາມາດແກ້ໄຂໄດ້.

ຂໍ້ມູນຈາກ Scientific American